spot_img
Homeຂ່າວພາຍ​ໃນໄຊສົມບູນ ທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ

ໄຊສົມບູນ ທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ

Published on

ໃນວັນທີ 27 ກັນຍາທີ່ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດພິທີທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ຂຶ້ນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ, ໂດຍການເປັນປະທານຂອງທ່ານ ຜາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນ, ມີທ່ານ ພົວຈ ບົວຜັນ ອິນທະປັນຍາ ຮອງເລຂາພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງແຂວງ ຕະຫຼອດຮອດຜູ້ປະກອບການພໍ່ຄ້າ-ຊາວຂາຍ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

May be an image of 3 people, fire and text

ຕະຫຼອດໄລຍະຜ່ານມາໄດ້ລົງຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ເທດສະບານເມືອງອະນຸວົງ ແລະ ຂອບເຂດບ້ານນໍ້າໂມ້, ນໍ້າຍອນ, ບ້ານອາວ ແລະ ບ້ານອອມ ຄັ້ງວັນທີ 7-9 ສິງຫາ 2024 ແລະ ຄັ້ງວັນທີ 2-3 ກັນຍາ 2024 ທາງຄະນະທີມງານ ໄດ້ລົງກວດກາຮ້ານຂາຍເຄື່ອງຍ່ອຍຂອງຊາວຈີນ, ຫວຽດນາມ ແລະ ຊາວລາວ ຢູ່ເທດສະບານເມືອງອະນຸວົງ, ຂອບເຂດບ້ານ ນໍ້າໂມ້, ນໍ້າຍອນ, ບ້ານອາວ ແລະ ບ້ານອອມ.

May be an image of fire and text

ເຊີ່ງການລົງກວດກາໃນ ຄັ້ງນີ້ໄດ້ກວດກາຕົວຈິງມີທັງໝົດ 26 ຮ້ານ ພົບເຫັນສິນຄ້ານອກລະບົບ, ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ ແລະ ສິນຄ້າອື່ນໆ ໄດ້ທັງໝົດ 40 ລາຍການ, ເປັນມູນຄ່າທັງໝົດ 60,524,000 ກີບ, ໄດ້ປັບໃໝຈໍານວນ 4 ຮ້ານ ເປັນ ຈໍານວນເງິນທັງໝົດ 16,829,000 ກີບ ແລະ ໄດ້ສ້າງບົດບັນທຶກສຶກສາອົບຮົມພ້ອມກ່າວເຕືອນຈໍານວນ 21 ຮ້ານ, ຍັງ 1 ຮ້ານ ແມ່ນຜູ້ປະກອບການບໍ່ໃຫ້ຄວາມຮວ່ມມື ເຊິ່ງຈະໄດ້ແຈ້ງເຊີນມາປະຕິບັດການປັບໃໝຕາມລະບຽບ

ຂ່າວ: ຈົດໝາຍຂ່າວ ໄຊສົມບູນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...