spot_img
Homeຂ່າວພາຍ​ໃນປກສ ຫົວພັນ ຈັບພໍ່ຕູ້ 72 ປີ ຂໍ້ຫາເສບຢາເສບຕິດ-ຄ້າຂາຍ ຈຳນວນ 1874 ເມັດ

ປກສ ຫົວພັນ ຈັບພໍ່ຕູ້ 72 ປີ ຂໍ້ຫາເສບຢາເສບຕິດ-ຄ້າຂາຍ ຈຳນວນ 1874 ເມັດ

Published on

ໃນວັນທີ 13 ກັນຍາ ທີ່ຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ໄດ້ອອກກວດກາການສັນຈອນ ຕາມສາຍທາງ ເສັ້ນທາງຊຳໃຕ້ ຫາ ດ່ານທ່າເຫຼົ້າ ໄດ້ພົບເຫັນທ້າວ ຈັນພອນ ອາຍຸ 72 ປີ, ປະຊາຊົນ, ຢູ່ບ້ານປາວເໜືອ, ເມືອງຊຳໃຕ້, ແຂວງຫົວພັນ ຂັບຂີ່ລົດຈັກຍີ່ຫໍ້ຮອນດາ, ສີດຳ, ປ້າຍທະບຽນ ຫົວພັນ ຈຄ 4849 ມາແຕ່ທາງຕົວເມືອງຊຳໃຕ້, ເຈົ້າໜ້າທີ່ຈຶ່ງໄດ້ລັດລົດຈັກຂອງຜູ້ກ່ຽວເພື່ອຂໍອະນຸຍາດກວດຄົ້ນ.

ຜ່ານກວດກາ ໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 10 ຖົງ ເທົ່າກັບ 1874 ເມັດ, ທີ່ຊຸກເຊື່ອງໄວ້ຢູ່ໂກບໜ້າຂອງລົດຈັກ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວມາທີ່ ກອງບັນຊາການ ປກສ ເມືອງຊຳໃຕ້, ເພື່ອສືບສວນ-ສອບສວນເອົາຂໍ້ມູນ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ຈັນພອນ ໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າຈຳນວນດັ່ງກ່າວ ທີ່ເຈົ້າໜ້າທີ່ກວດກາພົບເຫັນນັ້ນເປັນຂອງຜູ້ກ່ຽວແທ້, ເຊິ່ງຜູ້ກ່ຽວໄດ້ຊື້ນຳບຸກຄົນບໍ່ຮູ້ຊື່ມາໄວ້ເພື່ອເສບ ແລະ ຄ້າຂາຍ.

May be an image of text

ຕົກມາຮອດວັນທີ 24 ກັນຍາ 2024 ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນຳສົ່ງຕົວຜູ້ກ່ຽວ, ພ້ອມເຄື່ອງຂອງກາງຢາເສບຕິດຈໍານວນ 10 ຖົງ, ລົດຈັກ 1 ຄັນ, ພ້ອມດ້ວຍ ໂທລະສັບມືຖື 1 ໜ່ວຍ ໃຫ້ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງຫົວພັນ ສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...