spot_img
Homeຂ່າວພາຍ​ໃນແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

Published on

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ, ອາຫານແຫ້ງ, ມາມອບໃຫ້ກອງບັນຊາການທະຫານ ແຂວງບໍ່ແກ້ວ.

May be an image of 5 people and ambulance

May be an image of 2 people, submarine, the Panama Canal and text

ພິທີດັ່ງກ່າວຈັດຂຶ້ນຢູ່ສູນປະສານງານບ້ານມອມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມ ແລະ ກ່າວຮັບຂອງ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຂົ້າຈ້າວຫອມມາລິ 100 ກະສອບ ນ້ຳໝັກ 2,400 ກິໂລ, ເສັ້ນໝີ່ແຫ້ງຈຳນວນ 400 ມັດ, ນ້ຳມັນພືດຕຸກ 5 ລິດຈຳນວນ 100 ຕຸກ. ລວມມູນຄ່າທັງໝົດ 23.000 ຢວນ(ສອງຫມື່ນສາມພັນຢວນ) ເທົ່າກັບ 70,000,000 ກີບ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...