spot_img
Homeຂ່າວພາຍ​ໃນການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

Published on

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຕິງ ຊື້ ຊຽງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ; ການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືຂອງສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

May be an image of 11 people, flower and dais

ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ເຫັນວ່າ ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ການຜັນຂະຫຍາຍຈັດຕັ້ງປະຕິບັດຕົວຈິງໄດ້ມີຫຼາຍອັນພົ້ນເດັ່ນ, ໄດ້ຟື້ນຟູການໄປມາຫາສູ່ກັນໂດຍກົງຂອງການນໍາຂັ້ນຕ່າງໆ, ມີການຟື້ນຟູການຝຶກອົບຮົມ, ການແລກປ່ຽນນັກສຶກສາ ແລະ ອື່ນໆ ໄດ້ສະແດງໃຫ້ພາກພື້ນ ແລະ ສາກົນ ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜນແຟ້ນຂອງສອງຝ່າຍ, ພ້ອມທັງເປັນການໂຄສະນາ ແລະ ສົ່ງເສີມການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງຊາດລາວ-ຈີນ, ຊຸກຍູ້ດ້ານວັດທະນາທໍາ, ການທ່ອງທ່ຽວ, ການຄ້າຊາຍແດນ, ການພົວພັນຮ່ວມມື ແລະ ດ້ານອື່ນໆຕື່ມອີກ.

May be an image of 4 people and text

ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ, ລວມທັງ ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

May be an image of 4 people and text

ໃນຕອນທ້າຍ ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ອວຍພອນໃຫ້ສະຫາຍຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ.

May be an image of 2 people, dais and text

ຫຼັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບໍລິສັດຫຸ້ນສ່ວນ ການສ້າງສາພະລັງງານຈີນ ຈຳກັດ; ໄດ້ນຳພາຄະນະ ໄປຢ້ຽມຢາມ ທັດສະນະສຶກສາ ຢູ່ໝູ່ບ້ານຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍການພັດທະນາການທ່ອງທ່ຽວ; ຢ້ຽມຢາມສະຖານີວິທະຍຸກະຈາຍສຽງ ແລະ ໂທລະ ພາບກວາງຊີ; ແລະ ຢ້ຽມຢາມສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໜານໜິງ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ, ວສລ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...