Homeຂ່າວຕ່າງປະເທດເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

ເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2024 ຜ່ານມານີ້ວ່າ, ຟາມໂຕແຂ້ແຫ່ງໜຶ່ງໃນຈັງຫວັດລຳພູນ ປະເທດໄທ ໄດ້ທຳການປິດຊີວິດໂຕແຂ້ໝົດທັງໝົດໃນຟາມເກືອບຮ້ອຍໂຕເນື່ອງຈາກຢ້ານນ້ຳຖ້ວມ ແລະ ເຮັດໃຫ້ແຂ້ຫຼຸດອອກມາກັດຄົນໃນພຶ້ນທີ່ດັ່ງກ່າວ.

ເຈົ້າຂອງຟາມໄດ້ລະບຸວ່າ: ໄດ້ຕັດສິນໃຈນຳໂຕແຂ້ພໍ່-ແມ່ ພັນທີ່ຢູ່ດ້ວຍກັນມາຕັ້ງແຕ່ທຳອິດເມື່ອ 17 ປີອອກຈາກອ່າງທັງໝົດ ເນື່ອງຈາກສະພາບອາກາດຮຸນແຮງໃນປີນີ້, ເຈົ້າຂອງຟາມໄດ້ປຶກສາຫາລືກັບຄອບຄົວ ແລະ ບຸກຄົນໃກ້ຊິດ ແລະ ໄດ້ຂໍ້ສະຫຼຸບວ່າການຕັດສິນໃຈຄັ້ງນີ້ເປັນທາງເລືອກທີ່ດີທີ່ສຸດໃນຕອນນີ້ ເພາະເປັນສິ່ງຈຳເປັນເພື່ອປ້ອງກັນບັນຫາທີ່ຈະເກີດຂຶ້ນໃນອານາຄົດ.

ເຊິ່ງການຕັດສິນໃຈດັ່ງກ່າວເຮັດໃຫ້ຟາມຈະບໍ່ໄດ້ມີການເກັບໄຂ່ໂຕແຂ້ໄວ້ ຫຼື ເຮັດລູກແຂ້ອີກຕໍ່ໄປໃນປີໜ້າ ເຈົ້າຂອງຟາມເຊື່ອວ່າຫຼັງຈາກຝົນຕົກໜັກແລ້ວ ສະພາບອາກາດຈະກັບມາດີຂຶ້ນ ແລະ ຄວາມຊຸ່ມໃນດິນຈະຫຼຸດລົງເຮັດໃຫ້ການເຮັດວຽກງ່າຍຂຶ້ນ.

ຢ່າງໃດກໍຕາມຫຼັງຈາກທີ່ໄດ້ເຜີຍແຜ່ຂໍ້ຄວາມດັ່ງກ່າວເຮັດໃຫ້ໄດ້ຮັບຄວາມສົນໃຈຫຼາຍຈາກສື່ສັງຄົມອອນລາຍ ໂດຍຫຼາຍຄົນກໍໄດ້ເຂົ້າມາສະແດງຄວາມເສຍໃຈ ແລະ ໃຫ້ກຳລັງໃຈເຈົ້າຂອງຟາມ ຢ່າງຫຼວງຫຼາຍ.

ແຫຼ່ງຂ່າວ: BRIGHT TV

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...