spot_img
Homeນານາສາລະສິ່ງ​ຮອບ​ກາຍ​ໃນ​ບ່ອນເຮັດວຽກ... ທຳ​ຮ້າຍ​ຜິວ

ສິ່ງ​ຮອບ​ກາຍ​ໃນ​ບ່ອນເຮັດວຽກ… ທຳ​ຮ້າຍ​ຜິວ

Published on

27_20140919105957.

        ຮູ້​ບໍ່​ວ່າ​ອຸປະກອນ​ສຳ​ນັກ​ງານ​ຫລາຍ​ຢ່າງ​ປ່ອຍ​ລັງສີ UVA ຕົວ​ການ​ທີ່​ເຮັດໃຫ້​ຜິວ​ເບິ່ງ​ແກ່​ກ່ອນ​ໄວ ​ຂະນະ​ທີ່​ບາງຢ່າງ​ເຮັດໃຫ້​ຜິວ​ແຫ້ງ​ເສຍ ​ແລະ ​ໂຊມ​ໄວ ກວ່າ​ທີ່​ຄວນ ຜູ້​ຍິງຄື​ເຮົາ​ນອກ​ຈາກ​ຕ້ອງ​ເຮັດວຽກ​ແລ້ວ​ກໍ​ຄວນ​ຫາ​ວິທີ​ປ້ອງ​ກັນ​ເພື່ອ​ຜິວ​ຈະ​ໄດ້​ງາມ​ໄປ​ອີກ​ດົນ​ໆ
1. ເຄື່ອງ​ຖ່າຍ​ເອກ​ສານ
– ຫລອດ​ໄຟ​ພະລັງ​ງານ​ສູງ​ໃນ​ເຄື່ອງ​ຖ່າຍ​ເອກະສານ​ປ່ອຍ​ລັງສີ​ຍູ​ວີ​ໄດ້
– ຄວາມ​ຮ້ອນ​ຈາກ​ເຄື່ອງ​ຖ່າຍ​ເອກະສານ​ເຮັດໃຫ້​ສ່ຽງ​ຕໍ່​ການ​ ເກິດ​ຝ້າ​ ແລະ ​ເມັນ
– ແສງ​ສະຫວ່າງ​ວາບ​ລະຫວ່າງ​ຖ່າຍ​ເອກະສານ​ອາດ​ເຮັດໃຫ້​ປວດ​ຕາ​ ແລະ ​ປວດ​ຫົວ ອາຍ​ໝຶກ​ທີ່​ລະ​ເຫຍ​ອອກ​ມາ​ເຮັດໃຫ້​ວຽນ​ຫົວ​ໄດ້
ການ​ປ້ອງ​ກັນ
– ປິດ​ຝາ​ອັດ​ໃຫ້​ສະນິດ​ຂະນະ​ຖ່າຍ​ເອກະສານ​ທຸກ​ເທື່ອ
– ບໍ່​ວາງ​ເຄື່ອງ​ຖ່າຍ​ເອກະສານ​ໃນ​ທີ່​ ທີ່​ບໍ່​ມີ​ອາ​ກາດ​ຖ່າຍ​ເທ
– ຢ່າ​ຍືນ​ໃກ້ເຄື່ອງ​ຖ່າຍ​ເອກະສານ​ຫລາຍ​ເກີນ​ໄປ
2. ຫລອດ​ໄຟ​ອ່ານ​ໜັງ​ສື
ຫລອດ​ທັງ​ສະ​ເຕນ​ມີ​ຄວາມ​ຮ້ອນ​ສູງ​ຈາກ​ລັງສີ​ອິນ​ຟາ​ເລດ​ມີ​ສ່ວນ​ກະຕຸ້ນ​ການສ້າງ​ເມ​ລາ​ນິນ ເຮັດໃຫ້​ເກີດ​ຝ້າ ສ່ວນ​ຫລອດ​ຟຣູ​ອໍ​ເລດ​ເຊນຕ໌ ແມ່ນ​ມີ​ລັງສີ UVA ຢູ່ໃນ​ລະ​ດັບ​ທີ່​ປອດ​ໄພ​ແຕ່​ຫາກ​ເຂົ້າ​ໃກ້​ຫລາຍກວ່າ 1 ແມັດ​ກໍ​ເຮັດໃຫ້​ເກີດ​ຝ້າ​ ແລະ ​ເມັນ​ໄດ້
ການ​ປ້ອງ​ກັນ
– ສ່ອງ​ໄຟ​ໄປ​ເທິງ​ຝາ​ສີ​ຂາວ ແລ້ວ​ໃຊ້​ແສງ​ທີ່​ສະ​ທ້ອນ​ກັບ​ມາ​ໃນ​ການ​ອ່ານ​ຫນັງສື​ແທນ ​ຊ່ວຍ​ຖະ​ໜອມ​ສາຍ​ຕາ​ລຸດ​ຄວາມ​ຮ້ອນ​ໃນ​ການ​ສຳ​ຜັດ​ຜິວ​ໜ້າ ນອກ​ຈາກ​ນີ້​ຄວນ​ປັບ​ຄວາມ​ເຂັ້ມ​ຂອງ​ແສງ​ໃຫ້​ ເໝາະ​ກັບ​ງານ
3. ຈໍ​ຄອມ​ພິວ​ເຕີ
ດ້ານ​ຂ້າງ​ ແລະ ​ດ້ານ​ຫລັງ​ຈໍ​ຄອມພິວເຕີ​ມີ​ການ​ປົດປ່ອຍ​ຄື້ນ​ແມ່​ເຫລັກ​ໄຟ​ຟ້າ​ອອກ​ມາ ຫລາຍກວ່າ​ດ້ານ​ໜ້າ​ຈໍ ນອກ​ຈາກ​ນີ້​ຈໍ​ຄອມພິວເຕີ​ຍັງມີ​ແສງ​ຈ້າ​ຫລາຍກວ່າ​ປົກກະຕິ ຊຶ່ງ​ສາມາດ​ທຳລາຍ​ເສັ້ນ​ປະສາດ​ພາຍ​ໃນ​ດວງ​ຕາ ​ແລະ​ ທໍາລາຍ​ເຊວ​ຜິວ​ໄດ້
ການ​ປ້ອງ​ກັນ
– ນັ່ງ​ຫ່າງ​ຈາກ​ໜ້າ​ຈໍ​ຄອມພິວເຕີ 14 – 24 ນິ້ວ ຫລື​ ປ່ຽນ​ມາ​ໃຊ້​ຈໍ​ແບບ​ແອນ​ຊີ​ດີ​ຫລື​ໂນ້​ດບຸ​ກ
– ປັບ​ຄ່າ​ຄວາມ​ສະຫວ່າງ​ຂອງ​ໜ້າ​ຈໍ​ໃຫ້ເປັນ​ສູນ ຊ່ວຍ​ລຸດ​ຄວາມ​ເຂັ້ມ​ຂອງ​ແສງ​ທີ່​ເຮັດໃຫ້​ຜິວ​ຄ້ຳ​ເສຍ​ໄດ້​ເຖິງ 80 ເປີເຊັນ

  1. 4. ເຄື່ອງ​ປັບ​ອາ​ກາດ
    ອາ​ກາດ​ເຢັນ​ໆ ຈາກ​ເຄື່ອງ​ປັບ​ອາ​ກາດ​ເຮັດໃຫ້​ຜິວ​ແຫ້ງ​ເສຍ​ຫລາຍ ເພາະ​ເຄື່ອງ​ປັບ​ອາ​ກາດ​ຈະ​ປັບ​ສະເພາະ​ອຸນຫະພູມ ບໍ່​ໄດ້​ປັບ​ຄວາມ​ຊຸ່ມຊື່ນ​ຄອບຄູ່​ກັນ ເມື່ອ​ບໍ່​ມີ​ຄວາມ​ຊຸ່ມຊື່ນ​ໃນ​ອາ​ກາດ ຜິວ​ຈຶ່ງ​ດຶງ​ຄວາມ​ຊຸ່ມ​ຊື່ນ​ມາ​ຈາກ​ຜິວ​ຊັ້ນ​ໃນ​ແທນ
    ການ​ປ້ອງ​ກັນ
    – ຕື່ມ​ຄວາມຊຸ່ມ​ຊື່ນ​ໃຫ້​ອາ​ກາດ​ຮອບ​ຕົວ​ໂດຍ​ປູກ​ຕົ້ນ​ໄມ້ ມີ​ຕູ້​ລ້ຽງ​ປາ​ນ້ອຍ​ໆ ຫລື ​ວາງ​ພາ​ຊະນະ​ບັນ​ຈຸ​ນ້ຳ​ໄວ້​ຫລາຍໆຈຸດ ນອກ​ຈາກ​ນີ້​ກໍ​ຄວນ​ທາ​ມອຍສ໌​ເຈີ​ໄລ​ເຊີລະຫວ່າງ​ວັນ​ ແລະ ​ກິນ​ນ້ຳ​ເລື້ອຍໆ
    ສະ​ມາດ​ໂຟນ​ ແລະ ​ແທັບ​ເລັດ
    ແທັບ​ເລັດ​ ແລະ ​ສະ​ມາດໂຟນ​ເຮັດໃຫ້​ຫລັບ​ບໍ່​ສະນິດ!! ແລນ​ດີ ເນນ​ສັນ ສາດ​ສະດາ​ຈານ​ດ້ານ​ປະສາດ​ວິທະຍາ​ມະຫາ​ວິທະຍາ​ໄລ​ລັດ​ໂອ​ໄຮ​ໂອ ສະ​ຫະລັດ​ອະ​ເມລິ​ກາ ທົດລອງ​ກັບ​ໜູ​ແຮ​ມົດ​ເຕີພົບ​ວ່າ ຄື້ນ​ແສງ​ສີ​ຟ້າ​ຈາກ​ໜ້າ​ຈໍ​ຈະ​ໄປ​ຢຸດຍັ້ງ​ການເຮັດວຽກງານ​ຂອງ​ສານ​ເມ​ລາ​ໂທ​ນິນ​ໃນ​ສະຫມອງ ເຮັດໃຫ້​ສະຫມອງ​ຄິດວ່າ​ຍັງ​ເປັນ​ເວລາ​ກາງເວັນ​ຢູ່​ຈຶ່ງ​ນອນ​ຫລັບ​ບໍ່​ສະນິດ ເຮັດໃຫ້​ສ່ຽງ​ຕໍ່​ອາການ​ຊຶມ​ເສົ້າ ພະຍາດ​ຕຸ້ຍ ແລະ ​ມະ​ເຮັງ​ເຕົ້າ​ນົມ ການ​ຈຶ້ງເບິ່ງ​ໜ້າ​ຈໍ​ແທັບ​ເລັດ ​ຫລື ​ສະ​ມາດ​ໂຟນ​ເກີນ​ມື້​ລະ 2 ຊົ່ວ​ໂມງ ສົ່ງ​ຜົນ​ກະທົບ​ຕໍ່​ການ​ຫລັ່ງ​ສານ​ເມ​ລາ ໂທ​ນິນ​ໃນ​ສະຫມອງ ​ແລະ​ ສົ່ງ​ຜົນ​ໃຫ້​ນອນບໍ່​ຫລັບ​ ເຊັ່ນ​ກັນ
    ການ​ປ້ອງ​ກັນ
    – ຫລີ່​ແສງ​ໜ້າ​ຈໍ​ໃຫ້​ສະຫວ່າງ​ພໍ​ເບິ່ງເຫັນ ຈຳ​ກັດ​ເວລາ​ໃຊ້​ສະ​ມາດໂຟນ​ ແລະ​ ແທັບ​ເລັດ​ໃຫ້​ນ້ອຍ​ລົງ ແລະ​ ຖື​ອຸປະກອນ​ໃຫ້​ຫ່າງ​ຈາກ​ສາຍ​ຕາ​ໄກ​ກວ່າ 10 ນິ້ວ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...