spot_img
Homeຂ່າວພາຍ​ໃນການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດຫວຽດນາມ ຄົບຮອບ 79 ປີ

ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດຫວຽດນາມ ຄົບຮອບ 79 ປີ

Published on

ວັນທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

Things to do on [ Vietnamese National Day ] September 2nd

ເນື້ອໃນໂທລະເລກໄດ້ລະບຸວ່າ: ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມ ເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມ ວິລະຊົນອ້າຍນ້ອງທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.No photo description available.

ພວກຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມສ້າງຂຶ້ນນັ້ນ ສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ.

อาจเป็นรูปภาพของ 2 คน

ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

Independence Day celebrations in Hanoi with a series of cultural events

ພວກຂ້າພະເຈົ້າ ຂໍຢືນຢັນວ່າພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ທີ່ຫາຍາກໃນການພົວພັນສາກົນ, ໜຶ່ງບໍ່ມີສອງຂອງພວກເຮົາໃຫ້ຈະເລີນງອກງາມ, ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

อาจเป็นรูปภาพของ 2 คน และ แท่นบรรยาย

ຂໍອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ໂຕ ເລິມ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸເປົ້າໝາຍ ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

อาจเป็นรูปภาพของ 5 คน และ ข้อความ
ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫລອດກາລະນານ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...