spot_img
Homeຂ່າວພາຍ​ໃນລາວ ໄດ້ 3 ຫຼຽນຄຳ ການແຂ່ງຂັນກິລາໝາກເສີກ ຊິງແຊ້ມອາຊຽນຄັ້ງທີ 22

ລາວ ໄດ້ 3 ຫຼຽນຄຳ ການແຂ່ງຂັນກິລາໝາກເສີກ ຊິງແຊ້ມອາຊຽນຄັ້ງທີ 22

Published on

ການແຂ່ງຂັນຄັ້ງນີ້, ຈັດຂຶ້ນລະຫວ່າງວັນທີ 22-30 ສິງຫາທີ່ຜ່ານມາ, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍມີນັກກິລາເກືອບ 200 ຄົນຈາກ 12 ຊາດເຂົ້າຮ່ວມຄື: ບຣູໄນ, ອິນໂດເນເຊຍ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ, ສປປ ລາວ (ເຈົ້າພາບ).

May be an image of 7 people, chess and text

ພ້ອມກັນນີ້, ຍັງມີນັກກິລາຈາກຈີນ, ປະເທດນິວຊີແລນ ແລະ ຣັດເຊຍ. ຊີງໄຊທັງໝົດ 12 ລາຍການຄື: ປະເພດຊາຍ ຮຸ່ນອາຍຸ 8-10 ປີ, U12, U14, U16, U18-20 ປີ, ປະເພດຍິງ ຮຸ່ນອາຍຸ 6-8 ປີ, U10, U12, U14, U16, U18-20 ປີ ແລະ ຮຸ່ນອາຍຸ 50 ປີຂຶ້ນໄປ.

ຜ່ານການແຂ່ງຂັນປາກົດວ່າ: ສສ ຫວຽດນາມ ຄອງອັນດັບ 1 ໄດ້ມາ 116 ຫຼຽນຄຳ, 43 ຫຼຽນເງິນ ແລະ 51 ຫຼຽນທອງ (ລວມ 210 ຫຼຽນ).

-ອັນດັບທີ 2 ແມ່ນ ຟີລິບປິນ ໄດ້ 6 ຫຼຽນຄຳ, 10 ຫຼຽນເງິນ ແລະ 8 ຫຼຽນທອງ (ລວມ 24 ຫຼຽນ).

-ອັນດັບທີ 3 ແມ່ນ ສປປ ລາວ (ເຈົ້າພາບ) ໄດ້ 3 ຫຼຽນຄຳ, 10 ຫຼຽນເງິນ, 4 ຫຼຽນທອງ (ລວມ 17 ຫຼຽນ).

May be an image of 2 people and chess

ນອກນີ້, ສປປ ລາວ ຍັງຈະໄດ້ສືບຕໍ່ຮັບກຽດເປັນເຈົ້າພາບ ຈັດແຂ່ງຂັນກິລາໝາກເສີກລະດັບນາໆຊາດ ລາວອິນເຕີເນເຊິນນໍລ ໂອເພັນ ຄັ້ງທີ 3 ລະຫວ່າງວັນທີ 1-7 ກັນຍາ 2024 ທີ່ສູນການຄ້າພາກຊັນ.

ຂ່າວ: ຂ່າວກິລາ Lao National TV
ຮູບພາບ: 22nd Asean + Age Group Chess Championship 2024

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...