spot_img
Homeຂ່າວພາຍ​ໃນກັກຕົວກຸ່ມຊາຍ ພ້ອມຢາບ້າ 745 ເມັດ ທີ່ເມືອງຫົວເມືອງ ແຂວງຫົວພັນ

ກັກຕົວກຸ່ມຊາຍ ພ້ອມຢາບ້າ 745 ເມັດ ທີ່ເມືອງຫົວເມືອງ ແຂວງຫົວພັນ

Published on

ວັນທີ 28 ສິງຫາ 2024 ຜ່ານນີ້ເຈົ້າໜ້າທີຕຳຫຼວດ ປກສ ກຸ່ມບ້ານເມືອງອໍ້ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວຊື້ – ຂາຍຢາເສບຕິດຢູ່ຂອບເຂດຂອງກຸ່ມບ້ານເມືອງອໍ້ ຈາກນັ້ນ ເຈົ້າໜ້າທີ ປກສ ກຸ່ມບ້ານເມືອງອໍ້ ຈຶ່ງໄດ້ເຄື່ອນໄຫວຕິດຕາມເປົ້າໝາຍດັ່ງກ່າວ.

May be an image of 3 people and text

ຕົກມາຮອດເວລາປະມານ 14 ໂມງ, ຈິ່ງພົບເຫັນເປົ້າໝາຍ 2 ຄົນ, ຊື່ ທ້າວ ເພັດ, ອາຍຸ 28 ປີ ແລະ ທ້າວ ໄຟ, ອາຍຸ 20ປີ , ທັງສອງເປັນປະຊາຊົນ ຢູ່ບ້ານກໍ່ຮິ້ງ, ເມືອງຫົວເມືອງ ໄດ້ຂັບຂີ່ລົດຈັກ ຍີ່ຫໍ້ ຮອນດາຫວຽດ ສີຟ້າຊ້ອນກັນມາແຕ່ບ້ານພຽງໄຊ, ພໍມາຮອດຕໍ່ໜ້າຫ້ອງການ ປກສ ກຸ່ມບ້ານ ເມືອງອໍ້ ເຈົ້າໜ້າທີ່ໄດ້ຂໍກວດກາ-ກວດຄົ້ນ ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 91 ເມັດ, ຊຸກເຊື່ອງໄວ້ຢູ່ກະເປົາເງິນຂອງ ພວກຜູ້ກ່ຽວ.

May be an image of text

ສະນັ້ນ, ທາງເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ກັກຕົວພວກຜູ້ກ່ຽວທັງສອງມາສືບສວນ ພວກຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າຈຳນວນດັ່ງກ່າວ ແມ່ນຂອງຜູ້ກ່ຽວທັງ 2 ຄົນແທ້, ຊື້ນຳທ້າວ ປໍລີ, ອາຍຸ 55 ປີ, ປະຊາຊົນບ້ານ ຫຼັກ 12, ເມືອງຊຳເໜືອ ມາພັກຢູ່ເຮືອນ ທ້າວ ຢ່າງວາງ ເປັນພີ່ນ້ອງຂອງຜູ້ກ່ຽວ ຢູ່ບ້ານຫ້ວຍຫູ້.

May be an image of medicine, baked beans and text

ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມບ້ານເມືອງອໍ້ ຈຶ່ງໄດ້ປະສານສົບທົບກັບເຈົ້າໜ້າທີ ພະແນກຕຳຫຼວດ ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດຄົ້ນເຄຫາສະຖານຂອງທ້າວຢ່າງວາງ ໄດ້ພົບເຫັນ ທ້າວ ປໍລີ ພ້ອມດ້ວຍຂອງກາງຢາເສບຕິດປະເພດຢາບ້າຈຳນວນ 654 ເມັດ ຝັງດິນຢູ່ກ້ອງຕຽງນອນ. ສະນັ້ນ ທາງເຈົ້າໜ້າ ພະແນກຕຳຫຼວດ ປກສ ເມືອງຫົວເມືອງ ຈຶ່ງໄດ້ນຳຕົວພວກຜູ້ກ່ຽວທັງ 3 ຄົນມາສືບສວນ – ສອບສວນ ດຳເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...