spot_img
Homeຂ່າວພາຍ​ໃນເສຍຫາຍ 5 ຕື້ກີບ ຈາກນໍ້າຖ້ວມເມືອງໜອງແຮດ ແຂວງຊຽງຂວາງ

ເສຍຫາຍ 5 ຕື້ກີບ ຈາກນໍ້າຖ້ວມເມືອງໜອງແຮດ ແຂວງຊຽງຂວາງ

Published on

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ໄດ້ລົງກວດກາ ຜົນກະທົບຈາກໄພພິບັດ ຢູ່ບ້ານພຽງມອນ ເມືອງໜອງແຮດ ໃນວັນທີ 30 ສິງຫາຜ່ານມາ.

May be an image of 14 people and tree

ທ່ານ ນາງ ດວງສີ ວື່ ຮອງເຈົ້າເມືອງໜອງແຮດ ແລະ ຄະນະບ້ານພຽງມອນ ໄດ້ລາຍງານຜົນກະທົບຈາກໄພພິບັດຢູ່ເມືອງເມືອງໜອງແຮດວ່າ: ເນື່ອງຈາກມີຝົນຕົກໜັກໃນຄັ້ງວັນທີ 27 ສິງຫາທີ່ຜ່ານມາ ຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ຫຼາຍພື້ນທີ່ຂອງເມືອງໜອງແຮດ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ເສັ້ນທາງເລກ 3977 ແຕ່ບ້ານພະແຄະ ຫາ ບ້ານພຽງໂພ ຊາຍແດນເມືອງກວນ (ແຂວງຫົວພັນ), ເສັ້ນທາງ 4283 ແຕ່ບ້ານດິນດຳ ຫາ ບ້ານພຽງຫົ່ງ ເສັ້ນທາງແມ່ນຖືກຕັດຂາດ ລົດໃຫຍ່ບໍ່ສາມາດສັນຈອນໄດ້, ດິນເຈື່ອນຖົມທາງ, ນ້ຳເຊາະໜ້າທາງເປັນຮ່ອງເລິກ, ໜ້າທາງຂາດ, 4 ບ້ານໄດ້ຮັບຜົນກະທົບຄື: ບ້ານກໍດູ່, ບ້ານພຽງຫົ່ງ, ບ້ານສົບແຕນ ແລະ ບ້ານພຽງມອນ.

May be an image of grass

ໃນນີ້ ບ້ານກໍດູ່ ເຮືອນເປ່ເພ 5 ຫຼັງ (4 ຫຼັງແມ່ນເປ່ເພ100%), ເນື້ອທີ່ທຳການຜະລິດ 93 ເຮັກຕາ, ຈັກສິດຢາ 5 ເຄື່ອງ ແລະ ສັດລ້ຽງຈໍານວນໜຶ່ງ, ບ້ານພຽງຫົ່ງ ນ້ຳໄຫຼສຸດິນເຂົ້າເຮືອນເສຍຫາຍ 1 ຫຼັງ, ຫໍພັກຂອງທະຫານຊາຍແດນກອງຮ້ອຍ 223, ບ້ານສົບແຕນ ເນື່ອທີ່ທຳການຜະລິດ 74 ເຮັກຕາ, ງົວ 5 ໂຕ, ເຮືອຈັກ 1 ລຳ, ສວນຫຍ້າ 5 ເຮັກຕາ ແລະ ສັດປີກຈຳນວນໜຶ່ງ, ບ້ານພຽງມອນ ເນື້ອທີ່ທຳການຜະລິດ 180,1 ເຮັກຕາ, ໜອງປາ 15 ໜອງ, ແບ້, ໝູ, ສວນຫຍ້າ ແລະ ເປັດ-ໄກ, ລວມມູນຄ່າຄວາມເສຍຫາຍ 5 ຕື້ກວ່າກີບ.

May be an image of grass

ຄະນະກຳມະການຄຸ້ມຄອງໄພພິບັດແຂວງ-ເມືອງ ໄດ້ລົງແກ້ໄຂສຸກເສີນ ໂດຍສົມທົບກັບບໍລິສັດກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1 ແລະ ບໍລິສັດລາວສຳພັນ ພັດທະນາຈຳກັດຜູ້ດຽວ ປະຈຳຢູ່ຈຸດເສຍຫາຍ ໄດ້ລົງແກ້ໄຂສຸກເສີນກ່ອນ.ໂອກາດນີ້ທ່ານ ຮອງເຈົ້າແຂວງຊຽງຂວາງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນຜົນເສຍຫາຍແກ້ໄຂສຸກເສີນ ແລະ ຟື້ນຟູໃຫ້ເຂົ້າສູ່ປົກກະຕິໂດຍໄວ.

May be an image of 9 people and motorcycle

ໂອກາດນີ້, ການນຳຂອງແຂວງ ໄດ້ມອບເຄື່ອງອຸປະໂພກ ບໍລິໂພກ, ແນວພັນພືດ ໃຫ້ປະຊາຊົນບ້ານພຽງມອນ ລວມມູນຄ່າ 32,091,000 ກີບ, ມອບເງິນສົດ 40,000,000 ກີບໃຫ້ເມືອງ ເພື່ອໝູນໃຊ້ເຂົ້າໃນວຽກງານແກ້ໄຂໄພພິບັດ.

ຂ່າວ: ບຸນມີ ແສງທຸມມີ, ປະຊາຊົນ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...