spot_img
Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ຫົວໜ້າຫ້ອງຕຳຫຼວດ ປກສ ຫົວພັນ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ຫົວໜ້າຫ້ອງຕຳຫຼວດ ປກສ ຫົວພັນ ຜູ້ເກົ່າ-ຜູ້ໃໝ່

Published on

ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຫົວພັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ໂດຍມີ ພັອຄໍາເຫຼັກ ຈັນສຸລິ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຫົວພັນ, ຄະນະຫ້ອງ, ຫົວໜ້າ-ຮອງພະແນກຕະຫຼອດຮອດນາຍຕໍາຫຼວດເຂົ້າຮ່ວມ.

May be an image of 3 people and text

ພັທ ຄໍາແພງ ແກ້ວມູນທອງ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຫົວພັນ(ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການຊີ້ນໍາ-ບັນຊາ ວຽກງານວິຊາສະເພາະຂອງຫ້ອງຕໍາຫຼວດ ນັບແຕ່ປີ 2018 ເຖິງ 2024 ວ່າ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການຕໍານິສົ່ງຂ່າວ ຕິດພັນກັບ ການນໍາພາຂອງພັກ ດ້ວຍຮູບການນໍາເອົາແນວທາງຂອງພັກ-ລະບຽບກົດໝາຍຂອງລັດ ໃຫ້ນາຍ ແລະ ພົນຕໍາຫຼວດ ພາຍໃນຫ້ອງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ.

May be an image of 2 people and text

ເຊິ່ງໃນໄລຍະຜ່ານມາ, ສາມາດແກ້ໄຂຄະດີໄດ້ທັງໝົດ 1,216 ເລື່ອງ, ມີຜູ້ຖືກຫາ 1,497 ຄົນ, ຍິງ 167 ຄົນ, ໂດຍແບ່ງເປັນແຕ່ລະຄະດີຄື: ຄະດີຢາເສບຕິດ ເກີດຂຶ້ນທັງໝົດ 785 ເລື່ອງ, ຜູ້ຖືກຫາ 964 ຄົນ, ຍິງ 133 ຄົນ, ຄະດີເສດຖະກິດ ເກີດຂຶ້ນທັງໝົດ 59 ເລື່ອງ, ຜູ້ຖືກຫາ 72 ຄົນ, ຍິງ 12 ຄົນ.

May be an image of 10 people and text

ຄະດີຄ້າມະນຸດ ຈໍານວນ 51 ເລື່ອງ, ຜູ້ຖືກຫາ 92 ຄົນ ຍິງ 5 ຄົນ, ຄະດີອຸບັດຕິເຫດ ຈໍານວນ 393 ເລື່ອງ, ມີຜູ້ໄດ້ຮັບບາດເຈັບທັງໝົດ 588 ຄົນ, ເສຍຊີວິດ 98 ຄົນ, ຄະດີສະກັດກັ້ນ ແລະ ຕ້ານອັກຄີໄພ ມີເຫດອັກຄີໄພເກີດຂຶ້ນທັງໝົດ 24 ຄັ້ງ, ຄະດີສິ່ງແວດລ້ອມ ເກີດຂຶ້ນທັງໝົດ 19 ເລື່ອງ, ຜູ້ຖືກຫາ 19 ຄົນ. ໃນພິທີຍັງໄດ້ເຊັນບົດບັນທຶກມອບ-ຮັບ ລະຫວ່າງ ພັທ ຄໍາແພງ ແກ້ວມູນທອງ ຫົວໜ້າຫ້ອງຕໍາຫຼວດ (ຜູ້ເກົ່າ) ແລະ ພັທ ທອນມີ ແກ້ວຈິນດາ ຫົວໜ້າຫ້ອງຕໍາຫຼວດ (ຜູ້ໃໝ່) ຢ່າງເປັນທາງການ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...