Homeຂ່າວພາຍ​ໃນສັ່ງໂຈະ! ກິດຈະການໂຮງງານທີ່ບໍ່ໄດ້ມາດຕະຖານໃນສະຫວັນນະເຂດ

ສັ່ງໂຈະ! ກິດຈະການໂຮງງານທີ່ບໍ່ໄດ້ມາດຕະຖານໃນສະຫວັນນະເຂດ

Published on

ໃນລະຫວ່າງວັນທີ 26-28 ສິງຫາ 2024, ຄະນະສະເພາະກິດຂອງແຂວງ ນໍາໂດຍທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ທັງເປັນສະມາຊິກສະພາແຫ່ງຊາດ ສັງກັດໃນຄະນະກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ.

อาจเป็นรูปภาพของ 9 คน และ ข้อความ

ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມໂຮງງານຜະລິດນໍ້າມັນເຕົ໋າ ຂອງບໍລິສັດ ຟໍຈູນ ຈຳກັດ ຢູ່ບ້ານດົງຄຳຫຼວງ ເຊິ່ງມີປະຊາຊົນໄດ້ຮ້ອງຮຽນມາຍັງການຈັດຕັ້ງໃຫ້ແກ້ໄຂຢ່າງຮີບດ່ວນ ເພາະສົ່ງກິ່ນຂີວຢ່າງຮຸນແຮງ ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ສິ່ງແວດລ້ອມກໍຄືຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດໃນເຂດດັ່ງກ່າວ.

ไม่มีคำอธิบายรูปภาพ

ຕໍ່ກັບປັນຫາດັ່ງກ່າວ ຄະນະກຳມະການ ໄດ້ລົງກວດກາໂດຍລະອຽດ ແລະ ເຫັນວ່າການຜະລິດນໍ້າມັນເຕົ໋າໃນເຂດດັ່ງກ່າວ ມີສອງໂຮງງານ ທີ່ນຳໃຊ້ທະບຽນດຽວກັນ, ໂຮງງານທີ 1 ທໍາການຜະລິດນໍ້າມັນເຕົ໋າ ໂດຍເອົານໍ້າມັນເຄື່ອງເກົ່າມາຜະລິດຄືນ, ສ່ວນໂຮງງານທີ 2 ສ້າງເປັນໂຮງງານອົບຢາງຕີນລົດເກົ່າ ເພື່ອແຍກອອກໄປ ຕົ້ມກັ່ນເປັນນໍ້າມັນເຕົ໋າ, ຖ່ານກາກບອນ ແລະ ເຫຼັກລວດ ເພື່ອສົ່ງຂາຍໃຫ້ໂຮງງານອຸດສາກະກຳຜະລິດຊີມັງ ແລະໂຮງງານເຫຼັກ.

อาจเป็นรูปภาพของ 2 คน และ โรงหล่อ

ໃນໄລຍະຜ່ານມາ ການຈັດຕັ້ງພາກລັດໄດ້ອອກແຈ້ງການປິດກິດຈະການ ແຕ່ເນື່ອງຈາກວ່າໂຮງງານ ຜະລິດຄືນນໍ້າມັນເຄື່ອງ ຂາດມາດຕະຖານທາງດ້ານເຕັກນິກ, ສິ່ງແວດລ້ອມ ຈຶ່ງເຮັດໃຫ້ຍັງມີກິ່ນຂີວ ໂດຍທີ່ໄດ້ໃຫ້ຢຸດເຊົາຜະລິດມາດົນ. ມາເຖິງປັດຈຸບັນທາງຄະນະກຳມະການໄດ້ເປີດກອງປະຊຸມ ຮ່ວມກັບ ຜູ້ຕາງໜ້າບໍລິສັດ ແລະເຫັນດີເປັນເອກະພາບ ໃຫ້ຜູ້ລົງທຶນຮີບຮ້ອນຟື້ນຟູຄືນສະພາບແວດລ້ອມ ໃຫ້ສຳເລັດໂດຍໄວ ຫາກບໍ່ປະຕິບັດຕາມກຳນົດເວລາ ຈະເຮັດໜັງສືເລັ່ງທວງຜ່ານສະຖານທູດ ແຫ່ງ ສປ ຈີນ ປະຈຳລາວ.

ไม่มีคำอธิบายรูปภาพ

ນອກຈາກນັ້ນ, ຄະນະກຳມະການ ເຫັນດີເປັນເອກະພາບຫ້າມມີການເຄື່ອນໄຫວໂດຍເດັດຂາດ ຈົນກວ່າຈະໄດ້ຮັບການອະນຸມັດຈາກພາກລັດ ໂດຍໄດ້ມອບໝາຍໃຫ້ ປກສ ແຂວງ ປະສານສົມທົບກັບ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ຕິດຕາມການເຄື່ອນໄຫວຢ່າງໃກ້ຊິດ, ຫາກຝ່າຝືນ ແມ່ນໃຫ້ດຳເນີນມາດຕະການປັບໄໝ ໃສ່ໂທດຕາມຂະບວນການຍຸດຕິທຳ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...