spot_img
Homeຂ່າວພາຍ​ໃນຈັບອີກແລ້ວ! ເຈົ້າໜ້າທີ່ມ້າງແກ້ງຄໍເຊັນເຕີ ທີ່ສາມຫຼ່ຽມຄຳ

ຈັບອີກແລ້ວ! ເຈົ້າໜ້າທີ່ມ້າງແກ້ງຄໍເຊັນເຕີ ທີ່ສາມຫຼ່ຽມຄຳ

Published on

ໃນວັນທີ 26 ສິງຫາທີ່ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ນໍາໃຊ້ກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບເຂດ, ສະພາບໍລິຫານເຂດ, ຄະນະປະສານງານທະຫານເຂດ, ຄະນະຄຸ້ມຄອງເຂດ ແລະ ບໍລິສັດຈັດການໄຊເບີລາວ ຈໍາກັດ ລວມທັງໝົດ 250 ຄົນ ລົງເຄື່ອນໄຫວ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (Call Center) ເພື່ອລົບລ້າງ ກຸ່ມເປົ້າໝາຍ ຢູ່ 4 ຈຸດ, 46 ຄຸ້ມ, ມີທັງໝົດ 16 ບໍລິສັດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

May be an image of 15 people

ທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ໃຫ້ຮູ້ວ່າ: ການດໍາເນີນການລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (CallCenter) ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາໃນຄັ້ງນີ້, ໄດ້ກໍານົດກໍາລັງເຂົ້າຮ່ວມທັງໝົດ 250 ຄົນ, ໂດຍແບ່ງກໍາລັງອອກເປັນ 4 ຈຸ, ແຕ່ລະຈຸໄດ້ປະກອບກໍາລັງຄົບທຸກພາກສ່ວນ, ພ້ອມແບ່ງຄວາມຮັບຜີດຊອບໃຫ້ແຕ່ລະພາກສ່ວນຢ່າງລະອຽດ, ເພື່ອລົງກວດກາ ສະຖານທີ່ເຮັດວຽກຂອງບັນດາບໍລິສັດ ຢູ່ແຕ່ລະຕຶກ, ແຕ່ລະຊັ້ນ, ແຕ່ລະຫ້ອງ ທີ່ສົງໃສວ່າມີການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງທາງໂທລະຄົມ, ເຊິ່ງການຈັດຕັ້ງປະຕິບັດວຽກງານ ໃນຄັ້ງນີ້, ເປັນຄັ້ງທີ 11 ພາຍຫຼັງ ເລີ່ມມາແຕ່ປີ 2022.

May be an image of 5 people, people studying, table and chess

ສຳລັບມາດຕະການ ຕໍ່ກັບຫົວໜ້າທຸລະກິດ ຖ້າເປັນການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງທາງໂທລະຄົມ ແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນຢຸດເຊົາທັນທີ, ໃຫ້ຫົວໜ່ວຍທຸລະກິດ ເອົາກະສານສ່ວນຕົວຂອງບຸກຄົນສົ່ງຄືນໃຫ້ພະນັກງານ ຫຼື ແຮງງານທັງໝົດ, ໃຫ້ຊໍາລະສະສາງ, ເບີກຈ່າຍເງິນເດືອນ, ເງິນປັນຜົນ ແລະ ນະໂຍບາຍອື່ນໆ ໃຫ້ພະນັກງານ, ແຮງງານຄົບຖ້ວນ ແລະ ໃຫ້ເຂົາເຈົ້າກັບຄືນທ້ອງຖິ່ນ ຫຼື ປະເທດຕົນເອງ ໃຫ້ສໍາເລັດພາຍໃນ 3-5 ວັນ, ລວມທັງຄົນລາວ ແລະ ຄົນຕ່າງປະເທດທັງໝົດ.

May be an image of 5 people

ຖ້າແມ່ນຫົວໜ່ວຍທຸລະກິດ ທີ່ມີໃບອະນຸຍາດຂອງກະຊວງ ປກສ ຜ່ານບໍລິສັດ LCM ໃນການເຄື່ອນໄຫວເກມອອນລາຍ ຫລື ກາຊີໂນອອນລາຍ ແມ່ນໃຫ້ກວດກາລະອຽດເນື້ອໃນວຽກທີ່ເຄື່ອນໄຫວວຽກງານ ແລະ ຈໍານວນຄົນທີ່ເຮັດວຽກດັ່ງກ່າວ, ຖ້າບໍ່ສອດຄ່ອງ ຫລື ຍັງແມ່ນການເຄື່ອນໄຫວຕອບແຊັດ, ການສໍ້ໂກງທາງໂທລະຄົມ ແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນຢຸດເຊົາທັນທີ.

ຖ້າພົບເຫັນສິ່ງຜິດກົດໝາຍ ເຊັ່ນ: ອາວຸດເຖື່ອນ, ສິ່ງເສບຕິດ ແລະ ອື່ນໆ ທີ່ເປັນອັນຕະລາຍຕໍ່ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຈຶ່ງຂະຫຍາຍການກວດກາຮອດຫໍພັກ, ສະຖານທີ່ພັກເຊົາ, ພາຫະນະ ຫລື ຈຸດອື່ນໆ ຕາມຫລັກການວິຊາສະເພາະຂອງເຈົ້າໜ້າທີ່. ສ່ວນວັດຖຸສິ່ງຂອງ ເປັນຕົ້ນ ຄອມພິວເຕີ້, ໂນດບຸກ, ໄອແພັດ, ມືຖື, ຕຸ້ເຊບ ແລະ ອື່ນໆ ແມ່ນໃຫ້ເຕົ້າໂຮມຂຶ້ນບັນຊີອາຍັດກັບທີ່, ຕໍ່ກັບສິ່ງຜິດກົດໝາຍ ເປັນຕົ້ນ ອາວຸດເຖືອນ, ສິ່ງເສບຕິດ ແລະ ອື່ນໆ ແມ່ນໃຫ້ເຈົ້າໜ້າທີ່ຢຶດເອົາໄປຂະຫຍາຍການສືບສວນສອບສວນ.

May be an image of 4 people and bird of paradise flower

ສໍາລັບແຮງງານລາວ ຈະເກັບກໍາຂໍ້ມູນລະອຽດ ແລະ ເຮັດບົດບັນທຶກ, ດໍາເນີການສຶກສາອົບຮົມ ແລະ ໃຫ້ເດີນທາງກັບຄືນທ້ອງຖິ່ນ. ໃນຕໍ່ໜ້າຄະນະຄຸ້ມຄອງເຂດຈະໄດ້ສົມທົບກັບ ປກສ ເຮັດໜັງສືແຈ້ງໄປຍັງຄອບຄົວຜູ້ປົກຄອງ, ອົງການປົກຄອງບ້ານ, ເມືອງ ແລະ ແຂວງຂອງຜູ້ກ່ຽວຮັບຊາບ ເປັນລາຍລັກອັກສອນ, ຖ້າມີເງື່ອນໄຂແມ່ນໃຫ້ຫັນປ່ຽນເປັນອາຊີບອື່ນຢູ່ພາຍໃນເຂດ ແລະ ການກວດກາຮອບໃໝ່ຫາກຍັງພົບເຫັນແມ່ນຈະກັກຕົວດໍາເນີນຄະດີທັນທີຕາມກົດໝາຍຢ່າງເຂັ້ມງວດ.

ສ່ວນແຮງງານຕ່າງປະເທດ ກໍລະນີມີເອກສານຄົບ, ຖືກຕ້ອງຕາມກົດໝາຍ ແມ່ນໃຫ້ສືບຕໍ່ພັກເຊົາ ແລະ ເຮັດວຽກຢູ່ໃນເຂດຕໍ່ໄປ,​ ຖ້າແມ່ນອາຊີບຕອບແຊັດ ຫລື ຜູ້ທີ່ບໍ່ມີເອກະສານພັກເຊົາ ແລະ ອອກແຮງງານ ແມ່ນໃຫ້ຜູ້ໃຊ້ແຮງງານເບີກຈ່າຍເງິນເດືອນກ່ອນ ແລ້ວກັກຕົວ ເພື່ອສົ່ງກັບຄືນປະເທດ.

May be an image of 11 people and people studying

ສຳລັບການກັກຕົວ ນອກຈາກຜູ້ທີ່ມີການເຄື່ອນໄຫວຜິດຮ້າຍແຮງ ເປັນຕົ້ນ ການຄ້າຂາຍອາວຸດ ຫຼື ສິ່ງເສບຕິດ, ການເຂົ້າເມືອງທີ່ຜິດກົດໝາຍ, ອາຊະຍາກອນຂ້າມຊາດ ຕ້ອງໄດ້ສົ່ງໄປຍັງຄ້າຍຄຸມຂັງ, ເພື່ອສືບຕໍ່ແກ້ໄຂຕາມລະບຽບການ ແລະ ຂັ້ນຕອນ. ສ່ວນພະນັກງານ ຫຼື ແຮງງານຕອບແຊັດທົ່ວໄປ ແມ່ນມອບໃຫ້ບໍລິສັດ, ຜູ້ໃຊ້ແຮງງານ ສົມທົບກັບບໍລິສັດຜູ້ຄຸ້ມຄອງຕຶກ ແລະ ລປພ ຂອງຕຶກ ເປັນຜູ້ຮັບຜິດຊອບໃນການຕິດຕາມ ແລະ ສືບຕໍ່ສະໜອງສະຖານທີ່ພັກເຊົາ ແລະ ອາຫານການກິນ ຈົນກວ່າຜູ້ກ່ຽວສາມາດກັບຄືນປະເທດ.

ຂ່າວ-ພາບ: ທະນູທອງ, ປະເທດລາວ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...