spot_img
Homeຊີວິດແລະຄວາມຮັກໃຜໄດ້ອ່ານບົດຄວາມນີ້ຈົບ ຜູ້ນັ້ນຈະເປັນຄົນໂຊກດີ

ໃຜໄດ້ອ່ານບົດຄວາມນີ້ຈົບ ຜູ້ນັ້ນຈະເປັນຄົນໂຊກດີ

Published on

ໝາໄນໂຕໜຶ່ງໄດ້ພົບກັບຄອກໄກ່ ຈຶ່ງພະຍາຍາມຈະລອດໂຕເອງຜ່ານ ຕາຂອງຄອກໄກ່ເຂົ້າໄປ ແຕ່ຍ້ອນໂຕເອງຕຸ້ຍເກີນໄປ ຈະເຂົ້າແນວໃດກໍບໍ່ໄດ້ ກໍເລີຍໃຊ້ວິທີການອົດອາຫານ ສາມມື້ເພື່ອໃຫ້ລຳໂຕນ້ອຍລົງ ຈົນສາມາດລອດເຂົ້າໄປໄດ້ໃນທີ່ສຸດ ແຕ່ພໍຫຼັງຈາກກິນອາຫານອີ່ມແລ້ວ ກະໂຕພັດໃຫຍ່ຂຶ້ນອີກ ບໍ່ສາມາດທີ່ຈະອອກຈາກຄອກໄກ່ໄດ້ ກໍເລີຍຕ້ອງເລິ່ມອົດອາຫານອີກ ເປັນເວລາສາມວັນຈຶ່ງອອກຈາກຄອກໄດ້ ໃນທີ່ສຸດເມື່ອໄດ້ຄິດ ກໍຄິດໄດ້ ອົດປົງສັງເວດໂຕເອງບໍ່ໄດ້ ໄລຍະທີ່ຜ່ານມານີ້ເປັນເພາະ ຄວາມຢາກຂອງປາກທີ່ແທ້ແລ້ວ ກໍເສຍເວລາໂດຍບໍ່ມີປະໂຫຍດ.

ເຖິງແມ່ນວ່າມີເຮືອນໃຫຍ່ໆ ລາຄາແພງໆ ທ່ານກໍພຽງແຕ່ນອນ ຢູ່ເທິງຕຽງໜ່ວຍດຽວ ລົດຫຼູຫຼາລາຄາແພງ ຖ້າບໍ່ໄດ້ຂັບເຕັມຄວາມໄວກໍບໍ່ຕ່າງຫຍັງ ກັບລົດລາຄາຖືກ ລ່ວງໄຟແດງກໍຖືກປັບໃໝ່ແນ່ນອນ, ເຖິງແມ່ນກະເປົາລາຄາແພງແສນແພງ ກໍພຽງແຕ່ດີກວ່າຖົງຢາງພລາສຕິກ ເທົ່ານັ້ນເອງ ພັນລະຍາຄົນອື່ນຈະງາມປານໃດ ມື້ໜຶ່ງກໍຕ້ອງເຖົ້າແກ່, ສາມີຄົນອື່ນຈະລວຍແສນລວຍ ກໍບໍ່ເທົ່າກັບສາມີຈົນໆຂອງທ່ານ ທີ່ຮັກດຽວໃຈດຽວ ຢ່າສະແຫວງຫາສິ່ງທີ່ເປັນໄປບໍ່ໄດ້ ຈົນລືມຄວາມສຸກຂອງຕົນເອງທີ່ມີຢູ່.

ເງິນສາມາດຊື້ເຮືອນຊານບ້ານຊ່ອງໄດ້ ແຕ່ບໍ່ອາດຈະຊື້ຄອບຄົວໄດ້

ເງິນສາມາດຊື້ໂມງໄດ້ ແຕ່ບໍ່ອາດຈະຊື້ເວລາໄດ້

ເງິນຊື້ຕຽງນອນໄດ້ ແຕ່ບໍ່ອາດຈະຊື້ຄວາມສຸກ ໃນການນອນຫຼັບແຈບໄດ້

ເງິນຊື້ປຶ້ມ ຊື້ໜັງສືໄດ້ ແຕ່ຊື້ຄວາມຮູ້ບໍ່ໄດ້

ເງິນຊື້ອຸປະກອນປິ່ນປົວໄດ້ ແຕ່ບໍ່ອາດຈະຊື້ຄວາມແຂງແຮງໄດ້

ເງິນສາມາດຊື້ຕຳແໜ່ງໜ້າທີ່ໄດ້ ແຕ່ບໍ່ອາດຈະຊື້ຄວາມເຄົາລົບນັບຖືໄດ້

ເງິນຊື້ເລືອກກຸ່ມຕ່າງໆໄດ້ ແຕ່ບໍ່ສາມາດຊື້ຊີວິດໄດ້

ເງິນຊື້ເລື່ອງກາມາລົມໄດ້ ແຕ່ບໍ່ສາມາດຊື້ຮັກແທ້ໄດ້

 

ຢາກບອກທ່ານວ່າ ທ່ານໂຊກດີທີ່ໄດ້ອ່ານບົດຄວາມນີ້ ແລະຖ້າຄົນອື່ນໄດ້ອ່ານນຳ ເຂົາກໍຈະເປັນຄົນທີ່ໂຊກດີຄືກັບທ່ານ !!

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...