spot_img
Homeຂ່າວພະຍາກອນອາກາດແຈ້ງເຕືອນ ນໍ້າຖ້ວມຊູ ແລະ ດິນເຈື່ອນ ໃນລະຫວ່າງວັນທີ 23 – 24 ສິງຫາ 2024

ແຈ້ງເຕືອນ ນໍ້າຖ້ວມຊູ ແລະ ດິນເຈື່ອນ ໃນລະຫວ່າງວັນທີ 23 – 24 ສິງຫາ 2024

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນ ນໍ້າຖ້ວມຊູ ແລະ ດິນເຈື່ອນ ໃນລະຫວ່າງວັນທີ 23 – 24 ສິງຫາ 2024
ຮ່ອງຄວາມກົດດັນອາກາດຕໍ່າ ຫຼື (ຮ່ອງຝົນ) ຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເຫນືອ ຂອງປະເທດລາວ, ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງປານກາງພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະທີ່ 23 – 24 ສິງຫາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ຢູ່ບັນດາແຂວງພາກເຫນືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງ ວຽງຈັນ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ທີ່ຈະເຮັດໃຫ້ມີ ດິນເຈື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມຊູ, ນໍ້າ ຖ້ວມຍິ່ງ ແລະ ທາງສັນຈອນຂາດ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...