Homeຂ່າວພາຍ​ໃນເສັ້ນທາງເມືອງໄຊ ແຂວງອຸດົມໄຊ ເປ່ເພຫຼາຍຈຸດ

ເສັ້ນທາງເມືອງໄຊ ແຂວງອຸດົມໄຊ ເປ່ເພຫຼາຍຈຸດ

Published on

ອີງຕາມການລາຍງານຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊ ແຂວງອຸດົມໄຊ ເບື້ອງຕົ້ນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕໍ່ເນື່ອງເປັນເວລາຫຼາຍວັນ ຢູ່ເຂດເມືອງ​ໄຊ, ເຮັດໃຫ້ເສັ້ນ​ທາງຫຼາຍຈຸດ ຫຼາຍ​ບ້ານ ມີດິນເຈື່ອນຖົມເສັ້ນທາງ, ຂົວຂາດ, ນ້ຳ​ຖ້ວມ ແລະ ທາງ​ມື່ນ ເຊິ່ງ​ເຮັດ​ໃຫ້​ບາງ​ເສັ້ນ​ທາງ​ ບໍ່​ສາ​ມາດ​ສັນຈອນໄປ​-ມາ​ໄດ້, ບາງ​ເສັ້ນ​ທາງ​ໄປ​-ມາ​ໄດ້​ແຕ່​ຂ້ອນ​ຂ້າງ​ຍາກ​ລຳ​ບາກ​ ແລະ​ ມີຄວາມສ່ຽງ​ຫຼາຍ.

No photo description available.

ໃນນີ້, ປະກອບມີ: ເສັ້ນທາງແຕ່ບ້ານລາງ ຫາ ບ້ານໃຫຍ່ນ້ຳແຫ່ງມີ 6 ຈຸດ ລົດສາມາດທຽວໄດ້, ເສັ້ນທາງ 3 ແຍກບ້ານ ມົກຄະ ຫາບ້ານນ້ຳບໍຕາໄກ່ 3 ຈຸດ ບໍ່ສາມາດທຽວໄດ້, ເສັ້ນທາງບ້ານຫ້ວຍຊາງ ຫາບ້ານປຸງຫຽງ ສົ້ນຂົວຂາດ 1 ຈຸດ, ລົດໃຫຍ່ບໍ່ສາມາດທຽວໄດ້ ສ່ວນລົດຈັກແມ່ນທຽວໄດ້, ເສັ້ນທາງ ກໍນ້ອຍ-ນ້ຳແລງ ສົ້ນຂົວຂາດ 1 ຈຸດ ລົດບໍ່ສາມາດທຽວໄດ້.

May be an image of 7 people, motorcycle and road

ເສັ້ນທາງບ້ານບໍ່-ບ້ານ​ຫ້ວຍ​ຊາງ ດິນ​ເຈື່ອນ ແລະ​ ຈຸດ​ຫ້ວຍ​ຊາງ-ຫົວນ້ຳບາກ ສົ້ນຂົວຂາດ 1 ຈຸດ ແກ້ໄຂແລ້ວສາ​ມາດ​ທ່ຽວ​ໄດ້. ສ່ວນເສັ້ນທາງ 2E ກິໂລແມັດ 18 -ບ້ານລ້ອງຍາ-ນ້ຳກັດ ນ້ຳໄດ້ເຊາະໜ້າທາງ 3 ຈຸດ ລົດສາມາດທ່ຽວໄດ້ປົກກະຕິ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...