Homeຂ່າວພາຍ​ໃນກັກຕົວຊາຍໄທ ນຳເຂົ້າເງິນປອມມາຈ່າຍ-ແລກປ່ຽນ ໃນລາວ

ກັກຕົວຊາຍໄທ ນຳເຂົ້າເງິນປອມມາຈ່າຍ-ແລກປ່ຽນ ໃນລາວ

Published on

ທ່ານ ພັຕ ອານຸພອນ ຫລວງພະຈັນ ຫົວໜ້າພະແນກປ້ອງກັນເສດຖະກິດ ປກສ ແຂວງຫລວງນ້ຳທາ ໄດ້ລາຍງານສະພາບກ່ຽວກັບການແກ້ໄຂ ຄະດີພັນທະບັດປອມ(ເງິນປອມ)ວ່າ: ໃນວັນທີ 17 ມິຖຸນາ 2024 ຜ່ານມາ, ກອງບັນຊາການ ປກສ ເມືອງນາແລ, ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີຄົນເອົາສະກຸນເງິນກີບ ມາໃຊ້ຈ່າຍຢູ່ແຖວຕະຫຼາດຂອງ ເມືອງນາແລ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງເກັບກຳຂໍ້ມູນຈຶ່ງຮູ້ວ່າແມ່ນ ນາງ ສືບ ຢູ່ເມືອງນາແລ, ເປັນຜູ້ເອົາເງິນປອມປະເພດໃບ 50,000 ມາໃຊ້ຈ່າຍຢູ່ແຖວຕະຫຼາດ ແລະ ໄດ້ນຳເອົາຜູ້ກ່ຽວ, ພ້ອມຂອງກາງເງິນກີບ 5,100,000 ກີບ (ປະເພດໃບ 50,000) ມາດໍາເນີນການສອບສວນ.

May be an image of 1 person

ນາງ ສືບ ໄດ້ໃຫ້ການວ່າ: ວັນທີ 16 ມິຖຸນາ 2024 ຕົນໄດ້ນຳເອົາເງິນ 1,500 ຢວນ ແລກປ່ຽນເງິນກີບນຳ ທ້າວ ວັນໄຊ, ຄົນແຂວງບໍ່ແກ້ວ(ໂຊເຟີລົດ)ໄດ້ເງິນຈຳນວນ 5,550,000 ກີບ ໄດ້ໃຊ້ຈ່າຍ ແລະ ເປັນຄ່າໂດຍສານໄປ ເມືອງນາແລ, ມາໃນວັນທີ 17 ມິຖຸນາ 2024 ນາງສືບ ໄດ້ເອົາເອົາເງິນກີບທີ່ຕົນໄດ້ປ່ຽນນໍາ ທ້າວ ວັນໄຊ ໄປຊື້ເຄື່ອງຢູ່ຕະຫລາດເມືອງນາແລ (ໃນເບື້ອງຕົ້ນຜູ້ກ່ຽວກໍບໍ່ຮູ້ເງິນທີ່ໄປແລກນັ້ນແມ່ນເງິນປອມ). ຈາກນັ້ນ, ກອງບັນຊາການ ປກສ ເມືອງນາແລ ໄດ້ສົມທົບກັບ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມທັງແຕ່ງຕັ້ງພະແນກຕໍາຫລວດເສດຖະກິດ ເພື່ອນໍາຕົວຜູ້ຖືກຫາ ແລະ ຂອງກາງມາດໍາເນີນຄະດີ.

ຜ່ານການສອບສວນຂະຫຍາຍຜົນ ໃນວັນທີ 22 ມິຖຸນາ 2024 ພະແນກຕໍາຫຼວດເສດຖະກິດ ປກສ ແຂວງຫລວງນ້ຳທາ ໄດ້ສົມທົບກັບ ກອງບັນຊາການ ປກສ ແຂວງບໍ່ແກ້ວ ຕິດຕາມເປົ້າໝາຍທີ່ ນາງສືບ ໄດ້ຊັກທອດຫາຜູ້ທີ່ເອົາເງິນມາແລກປ່ຽນນໍາ, ຈົນຮອດມາວັນທີ 25 ມິຖຸນາ 2024 ສາມາດກັກຕົວ ທ້າວ ວັນໄຊ ໄດ້ຢູ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແລະ ຜູ້ກ່ຽວກໍໄດ້ຊັກທອດຫາ ທ້າວ ພອນສະຫວັນ (ສັນຊາດໄທ) ຢູ່ແຂວງຊຽງລາຍ, ປະເທດໄທ ແລະ ມາຮອດວັນວັນທີ 27 ມິຖຸນາ 2024 ສາມາດກັກຕົວ ທ້າວ ພອນສະຫວັນ ພ້ອມຂອງກາງເງິນກີບປອມ ຈໍານວນ 1 ລ້ານກີບ ມາດຳເນີນການສອບສວນ.

May be an image of 1 person, money and text

ພວກກ່ຽວທັງ 2 ທັງຮັບສາລະພາບວ່າ: ເງິນກີບປອມແມ່ນເອົາມາແຕ່ປະເທດໄທ ຈໍານວນ 24 ລ້ານກີບ, ໄດ້ມາໃຊ້ຈ່າຍຢູ່ ແຂວງບໍ່ແກ້ວ ແລະ ແລກປ່ຽນເປັນເງິນຢວນ, ຈໍານວນໜຶ່ງໃຊ້ຈ່າຍຍັງເຫຼືອ 6,550,000 ກີບ, ໄດ້ແລກປ່ຽນເອົາເງິນຢວນນໍາ ນາງ ສືບ 1,500 ຢວນ ເປັນເງິນກີບ 5,550,000 ກີບ ແລະ ໄດ້ຮັກສາໄວ້ 1 ລ້ານກີບ. ປັດຈຸບັນ, ຄະດີດັ່ງກ່າວ, ກໍາລັງເກັບກໍາຂໍ້ມູນ ແລະ ຂະຫຍາຍຜົນຫາກຸ່ມແກ້ງ ເພື່ອນໍາມາດໍາເນີນຄະດີຕາມຂະບວນຍຸຕິທໍາ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...