Homeຂ່າວທ້ອງຖິ່ນການສ້ອມແປງເສັ້ນທາງ ເມືອງອະນຸວົງ ຫາລ້ອງແຈ້ງ ຈະສຳເລັດໃນໄວໆນີ້

ການສ້ອມແປງເສັ້ນທາງ ເມືອງອະນຸວົງ ຫາລ້ອງແຈ້ງ ຈະສຳເລັດໃນໄວໆນີ້

Published on

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ປັດຈຸບັນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພວມເລັ່ງປັບປຸງ ສ້ອມແປງເສັ້ນທາງຫລວງແຫ່ງຊາດ 5A ແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຄວາມຍາວ 40 ກິໂລແມັດ ຄາດວ່າຈະໃຫ້ສໍາເລັດໃນມໍ່ໆນີ້.

ທ່ານ ໄຊສົມພັນ ລີເຕັງເບຣຍຈື ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ໃຫ້ສຳພາດ ໃນວັນທີ 5 ສິງຫາ 2024 ນີ້ວ່າ: ໃນໄລຍະຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເອົາໃຈໃສ່ໃນການບູລະນະ ສ້ອມແປງເສັ້ນທາງ ແລະ ໄດ້ມີແຜນຮອງຮັບປົກກະຕິ ເພື່ອແກ້ໄຂສ້ອມແປງເສັ້ນທາງຕ່າງໆ ໃຫ້ສາມາດສັນຈອນໄປ-ມາໄດ້ຕະຫລອດປີ ເນື່ອງຈາກວ່າຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍມື້ໃນໄລຍະຜ່ານມາ ພ້ອມກັນນີ້, ການຂົນສົ່ງແຮ່ມີລາຄາສູງ ແລະ ງົບປະມານໃນການບູລະນະຮັກສາ ແລະ ສ້ອມແປງຍັງບໍ່ພຽງພໍ ຈຶ່ງເຮັດໃຫ້ເສັ້ນທາງແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາ ບ້ານຜາແຂະ ເມືອງລ້ອງແຈ້ງ ໄລຍະ 13 ກິໂລແມັດ ໄດ້ຮັບຜົນກະທົບ ເປ່ເພ ຫລາຍສົມຄວນ ເຮັດໃຫ້ການສັນຈອນໂດຍສານລະຫວ່າງເມືອງລ້ອງແຈ້ງ ຫາເທສະບານແຂວງ ແລະ ບັນດາແຂວງອ້ອມຂ້າງ, ການຂົນສົ່ງແຮ່ ແລະ ປະຊາຊົນທີ່ໃຊ້ເສັ້ນທາງນີ້ ເພື່ອໄປທຳການຜະລິດ ພົບກັບຄວາມຫຍຸ້ງຍາກຫລາຍ.

ຕໍ່ສະພາບການດັ່ງກ່າວ ໂດຍໄດ້ຮັບການຊີ້ນຳຈາກອົງການປົກຄອງແຂວງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຈຶ່ງໄດ້ມອບໃຫ້ບໍລິສັດ ປັນຍາທິລາດ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບຜິດຊອບ ວຽກງານສ້ອມແປງສຸກເສີນ ປັດຈຸບັນກຳລັງຂຸ້ນຂ້ຽວຢ່າງເຕັມທີ່ ຄາດວ່າຈະແກ້ໄຂ ສ້ອມແປງ ໃຫ້ສາມາດໄປ-ມາໄດ້ຢ່າງສະດວກ ໃນມໍ່ໆນີ້ ດັ່ງນັ້ນ, ການສັນຈອນໄປ-ມາຜ່ານເສັ້ນທາງນີ້ ໃນໄລຍະນີ້ພົບຄວາມຫຍຸ້ງຍາກ ສະນັ້ນ, ຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວ ຕ້ອງມີສະຕິ ແລະ ຄ່ອຍໄປຄ່ອຍມາ ເພື່ອປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນ.

ພ້ອມກັນນີ້, ທາງແຂວງໄຊສົມບູນ ຍັງໄດ້ສ້າງກອງທຶນບູລະນະຮັກສາ ແລະ ສ້ອມແປງເສັ້ນທາງພາຍໃນແຂວງຕື່ມອີກ ເພື່ອໃຫ້ບັນດາບໍລິສັດຂຸດຄົ້ນ, ສະມາຄົມການຂົນສົ່ງສິນຄ້າ, ຫົວໜ່ວຍທຸລະກິດກ່ຽວກັບການຂົນສົ່ງແຮ່ ມອບພັນທະເຂົ້າກອງທຶນ ເພື່ອນໍາເອົາງົບປະມານຈາກກອງທຶນ ມາບູລະນະຮັກສາເສັ້ນທາງທີ່ໄດ້ຮັບຜົນກະທົບເປ່ເພ ໃນຕໍ່ໜ້າເພື່ອສະດວກ ແລະ ສາມາດສັນຈອນໄດ້ຕະຫລອດປີ.

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...