ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແມ່ນກົດໝາຍໜຶ່ງທີ່ມີຄວາມສຳຄັນຊຶ່ງເປັນເຄື່ອງມືໃຫ້ແກ່ສາມອົງການ
ອຳນາດແຫ່ງລັດເພື່ອເປັນ ບ່ອນອີງໃນການດຳເນີນ ແລະ ພິຈາລະນາແກ້ໄຂຄຳຮ້ອງທຸກຂອງປະຊາຊົນ ແຕ່ເພື່ອໃຫ້
ຖືກກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປະຈຸບັນກົດໝາຍດັ່ງກ່າວຈຳເປັນຕ້ອງໄດ້ຮັບການປັບປຸງເພື່ອ
ໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມຂຶ້ນອີກ.
ໃນກອງປະຊຸມສະພາ ວັນທີ 15 ທັນວາ 2014 ທ່ານ ສຈ ດາວອນ ຫວ່າງວິຈິດ ຕາງໜ້າໃຫ້ກຳມະທິການກົດໝາຍໄດ້ສະ
ເໜີປັບປຸງກົດໝາຍວ່າດ້ວຍການ ແກ້ ໄຂຄຳຮ້ອງທຸກ ເພື່ອໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ປະ
ກອບຄຳຄິດຄຳເຫັນ ໃຫ້ມີເນື້ອໃນຄົບຖ້ວນຂຶ້ນ ເນື່ອງຈາກວ່າ: ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກສະບັບປະຈຸ
ບັນ ເຖິງຈະໄດ້ກຳນົດໂດຍພື້ນຖານ ກ່ຽວກັບປະເພດຄຳຮ້ອງທຸກ, ຫຼັກການ, ຂັ້ນຕອນ, ອົງການໃນການພິຈາລະນາແກ້
ໄຂແລ້ວກໍຕາມ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ກໍຍັງເຫັນວ່າບໍ່ທັນຄົບຖ້ວນ ແລະ ຮັດກຸມເທົ່າ
ທີ່ຄວນເປັນຕົ້ນ: ການກຳນົດເນື້ອໃນ ແລະ ຂັ້ນຕອນການແກ້ໄຂຄຳສະເໜີຂອງອົງການບໍລິຫານຍັງບໍ່ທັນເໝາະສົມ
ແລະ ບໍ່ທັນຮັບປະກັນການແກ້ໄຂເທົ່າທີ່ຄວນ, ການກຳນົດເນື້ອໃນຄຳຮ້ອງຂໍຄວາມເປັນທຳ ທີ່ເປັນພາລະບົດບາດຂອງ
ສະພາແຫ່ງຊາດ ໃນການພິຈາລະນາຍັງບໍ່ທັນຮັດກຸມ, ເນື້ອໃນ ແລະ ຂອບເຂດຂອງການພິຈາລະນາຄຳຮ້ອງຂໍຄວາມ
ເປັນທຳຂອງຄະນະປະຈຳສະພາແຫ່ງຊາດ, ຂອງບັນດາກຳມະທິການ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກ
ຕັ້ງ ຫຼື ສະພາປະຊາຊົນທ້ອງຖິ່ນຍັງບໍ່ໄດ້ກຳນົດຢ່າງຊັດເຈນ, ເງື່ອນໄຂການຮັບ ແລະ ການບໍ່ຮັບຄຳຮ້ອງຂໍຄວາມເປັນ
ທຳມາພິຈາລະນາຍັງບໍ່ລະອຽດ.
ສຳລັບໂຄງປະກອບກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກສະບັບປະຈຸບັນ ປະກອບມີ 9 ພາກ ແລະ 84 ມາດຕາ ຊຶ່ງ
ການປັບປຸງໃໝ່ນີ້ກຳນົດ 9 ພາກຄືເກົ່າ ແຕ່ການປັບປຸງ ມີ 64 ມາດຕາ ແລະ ເພີ່ມເຂົ້າໃໝ່ 16 ມາດຕາ, ຜ່ານການປະ
ກອບຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງຂອງ ບັນດາສະມາຊິກສະພາແຫ່ງຊາດກໍໄດ້ລົງຄະແນນສຽງ
ຮັບຮອງດ້ວຍ ສຽງເຫັນດີສ່ວນຫຼາຍ 94% ແລະ ບໍ່ເຫັນດີ 6%.
ແຫລ່ງຂ່າວ: ເສດຖະກິດ – ສັງຄົມ