spot_img
Homeຂ່າວການສຶກສາປະຖົມໜອງດ້ວງ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຮງຮຽນເອໄອເອັສ

ປະຖົມໜອງດ້ວງ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຮງຮຽນເອໄອເອັສ

Published on

20141212111012

 

ໂດຍ​ເຫັນ​ໄດ້​ຄວາມ​ສຳຄັນຂອງ​ວຽກ​ງານ​ການ​ສຶກ​ສາ ​ໃນການ​ສ້າງ​ບຸກ​ຄະລາ​ກອນໃຫ້​ມີຄວາມ​ຮູ້ ຄວາມ​ສາມາດ ເພື່ອຮັບ

​ໃຊ້​ປະເທດ​ຊາດ ແລະ ສັງຄົມ ດັ່ງນັ້ນ​ໂຮງຮຽນ​ເອ​ໄອ​ເອັສ ເຊິ່ງເປັນ​ໂຮງຮຽນ​ພາກ​ເອກະ​ຊົນ ໄດ້ນຳ​ເອົາ​ເຄື່ອງ​ຊ່ວຍເຫຼືອ​ປະ

ກອບ​ມີ​ພັດ​ລົມ ເຄື່ອງ​ປິນ​ເຕີ ອຸປະກອນກີລາ ແລະ ອຸປະກອນ​ການ​ຮຽນຈຳນວນ​ໜຶ່ງ ​ທີ່​ໄດ້​ຈາກ​ໂຮງຮຽນຄູ​ອາຈານ ແລະ

ນັກຮຽນ ລວມມູນ​ຄ່າ​ທັງ​ໝົດ ປະມານ 20 ລ້ານ​ກີບ ໄປ​ມອບ​ໃຫ້​ໂຮງຮຽນ​ປະຖົມ​ໜອງ​ດ້ວງ ເມືອງ​ສີ​ໂຄດ​ຕະບອງ ນະ

ຄອນຫຼວງ​ວຽງ​ຈັນ ເພື່ອນຳ​ໃຊ້​ເຂົ້າ​ໃນ​ການ​ຮຽນ-ການສອນ ແລະ ການເຄື່ອນໄຫວ​ກິດຈະ​ກຳ​ຕ່າງໆຂອງ​ໂຮງຮຽນ​ດັ່ງກ່າວ​

ໃຫ້​ມີ​ຄວາມ​ສະດວກ​ຫຼາຍຂຶ້ນ.

 

ພິທີ​ມອບ-ຮັບ​ເຄື່ອງ​ຊ່ວຍເຫຼືອຈຳນວນ​ດັ່ງກ່າວ​ໃນ​ຄັ້ງ​ນີ້ ​ໄດ້​ຈັດຂຶ້ນ​ວັນ​ທີ 12 ທັນວາ 2014 ທີ່ໂຮງຮຽນ​ປະຖົມ​ດັ່ງກ່າວ ເຊິ່ງ

ກ່າວ​ມອບ​ໂດຍ​ທ່ານ​ນາງ ສັກ​ດີ ນາໄລ​ຊອງ ຜູ້ອຳນວຍການ​ໂຮງຮຽນ​ເອ​ໄອ​ເອັສ ແລະ ກ່າວ​ຮັບໂດຍ​ທ່ານ ວົງ​ຈັນ ສຸດາ​ວົງ

ຜູ້​ອຳນວຍ​ການ​ໂຮງຮຽນ​ປະຖົມ​ໜອງດ້ວງ ມີ​ທ່ານ ແສງ​ເພັດ ສຸດ​ທະຈິດ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ​ສີໂຄດ​ຕະບອງ ອຳ

ນາດ​ການ​ປົກຄອງ​ບ້ານໜອງ​ດ້ວງ ຄະນະ​ອຳນວຍ​ການ ຄູ-ອາຈານ ແລະ ນັກຮຽນ​ທັງ​ສອງ​ໂຮງຮຽນ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...