spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

Published on

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງວັນທີ 27 ກໍລະກົດ 2024 ທີ່ເປັນມື້ສຸດທ້າຍຂອງການດໍາເນີນກອງປະຊຸມ ຊຶ່ງມີກອງປະຊຸມທີ່ສໍາຄັນດັ່ງນີ້:

1 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນນາມປະທານອາຊຽນປີ 2024 ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງຫນ້າຈາກປະເທດບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ.

2 ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ານັບຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ດຣ ສຸບຣາມານຢໍ ໃຈຊັງເກີ.

3 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ປະທານກອງປະຊຸມ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ດຣ ສຸບຣາມານຢ່ ໃຈຊັງເກີ ລັດຖະມົນຕີກະຊວງການ ຕ່າງປະເທດອິນເດຍ. ສອງຝ່າຍໄດ້ຕີລາຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ປະເທດ ໂດຍສະເພາະ ຝ່າຍລາວໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືສະຫນອງທຶນຝຶກອົບຮົມໃນດ້ານຕ່າງໆ ເຊັ່ນ: ພາສາອັງກິດ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ ພ້ອມດຽວກັນນັ້ນ ໃນພິທີໄດ້ມີພິທີມອບ ທຶນການຊ່ວຍເຫຼືອຂອງການຮ່ວມມືແມ່ນໍ້າຂອງ ແມ່ນໍ້າຄົງຄາອີກດ້ວຍ.

4 ໃນວັນດຽວກັນ, ກໍມີກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມ ລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມພາກພື້ນ ອາຊຽນ ຄັ້ງທີ 31, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ສະຫະລັດອາເມລິກາ.

ກອງປະຊຸມອາຊຽນບວກສາມໄດ້ທົບທວນການຮ່ວມມືພາຍໃຕ້ຂອບຂອງອາຊຽນບວກສາມ ຄັ້ງທີ 25 ຊຸກຍູ້ການຈັດຕັ້ງແຜນວຽກສໍາລັບໄລຍະ 2023-2027 ພ້ອມກັນນີ້, ກອງປະຊຸມໄດ້ຕີລາຄາສູງຕໍ່ການຮ່ວມ ມືພາຍໃຕ້ຂອບຂອງອາຊຽນບວກສາມໃນການຮັບມືກັບຄວາມທ້າທາຍຕ່າງໆຫຼາຍປະເພດ.

ສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ໄດ້ ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ກໍຄືການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານອີເອເອສ ສໍາລັບ ສົກປີ 2024-2028 ໃນນີ້ກອງປະຊຸມໄດ້ເຫັນດີຮັດແຫນ້ນການຮ່ວມມືໂດຍເນັ້ນໃສ່ຂົງເຂດບູລິມະສິດ ເປັນຕົ້ນ ຄວາມຫມັ້ນຄົງທາງດ້ານພະລັງງານ, ສະບຽງອາຫານ, ການສຶກສາ, ການແກ້ໄຂສິ່ງທ້າທາຍຈາກການປ່ຽນແປງ ດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.

ສ່ວນກອງປະຊຸມເວທີພາກພື້ນອາຊຽນຄັ້ງທີ 31 ໄດ້ທົບທວນຄືນການປະຕິບັດແຜນວຽກ ແລະ ກິດ ຈະກໍາຕ່າງໆທີ່ຜ່ານມາ ແລະ ໄດ້ຮັບຮອງເອກະສານສໍາຄັນສໍາລັບການຈັດຕັ້ງໃນສົກປີ 2024-2025, ການຕ້ານ ການກໍ່ການຮ້າຍ, ອາຊະຍະກໍາຂ້າມຊາດ, ການບັນເທົາທຸກໄພພິບັດ
ສໍາລັບກອງປະຊຸມອາຊຽນ-ສ ອາເມລິກາ ໄດ້ທົບທວນຄືນຄວາມສໍາພັນອາຊຽນ-ສອາເມລິກາ ແລະ ໄດ້ກໍານົດທິດທາງໃນອະນາຄົດໂດຍເນັ້ນໃສ່ການຫັນປ່ຽນທາງດ້ານດີຈິຕອນ, ເຕັກໂນໂລຊີ, ແລະ ປັນຍາປະດິດ.

5. ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ສະຫະລັດອາເມລິກາ ຄັ້ງທີ 3 ໂດຍ ທ່ານສະເຫຼີມໄຊ ກົມມະສິດ ແລະ ທ່ານ ແອນໂທນີ ເຈ ບລີນກິນ ລັດຖະມົນຕີກະຊວງກາານຕ່າງປະເທດ ອາເມລິກາ ໄດ້ເປັນປະທານຮ່ວມ. ບັນດາຄະນະຜູ້ແທນໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ຫນ້າ ແລະ ໄດ້ ຮັບຮອງເອົາເອກະສານສໍາຄັນຂອງກອງປະຊຸມ 2 ສະບັບ.

6. ປິດທ້າຍສໍາລັບການດໍາເນີນກອງປະຊຸມໃນຄັ້ງນີ້ ກໍແມ່ນພິທີຖະແຫຼງຂ່າວ ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ. ຊຶ່ງ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດວ່າ: ກອງປະຊຸມມີທັງຫມົດ 25 ກອງປະຊຸມທີ່ໄດ້ປຶກສາ ຫາລືຢ່າງກົງໄປກົງມາໃນຫຼາຍຫົວຂໍ້ ໂດຍສະເພາະໄດ້ສະແດງຄວາມຍິນດີຕໍ່ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດ 9 ບູລິມະສິດຂອງປະເທດອາຊຽນ ໃນປີ 2024, ຄວາມຄືບຫນ້າວິໄສທັດປະຊາຄົມອາຊຽນ 2025 ແລະ ຍຸດທະສາດ 2045 ຊຶ່ງຈະຖືກຮັບຮອງເອົາໃນປີຫນ້າ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...