Homeຂ່າວນໍ້າຖ້ວມແຈ້ງເຕືອນໄພນ້ຳຖ້ວມ

ແຈ້ງເຕືອນໄພນ້ຳຖ້ວມ

Published on

ອີງຕາມແຫຼ່ງຂ່າວຈາກແຂວງຫຼວງພະບາງລາຍງານ: ເມືອງໂພນທອງ ແຈ້ງເຕືອນພໍ່ແມ່ປະຊາຊົນໃນທົ່ວເທດສະບານເມືອງ ໃຫ້ກຽມພ້ອມຮັບມືກັບອຸທົບກະໄພນໍ້າຖ້ວມ ທີ່ອາດຈະເກີດຂື້ນ, ເຊິ່ງປະຈຸບັນລະດັບນໍ້າແຕ່ລະສາຍເປັນຕົ້ນ: ແມ່ນໍ້າແຫມນ, ແມ່ນໍ້າມັດ ແລະ ແມ່ນໍ້າແຊງເຫັນວ່າ ມີແນວໂນມເພີ່ມຂື້ນຢ່າງໄວວາ, ເນື່ອງຈາກວ່າມີຝົນຕົກໜັກຫຼາຍວັນຕິດຕໍ່ກັນຜ່ານມາເລີ່ມຕັ້ງແຕ່ວັນທີ 23-25 ກໍລະກົດ 2024 ສະພາບອາກາດແມ່ນມີຝົນຕົກໜັກບໍ່ຂາດສາຍຕະຫຼອດເວັນ, ຕະຫຼອດຄືນຈົນຮອດຕອນເຊົ້າຂອງວັນທີ 25 ກໍລະກົດ 2024 ໄດ້ມີມວນນໍ້າຢ່າງມະຫາສານຈາກແມ່ນໍ້າຫ້ວຍ, ຮ່ອງ, ຫຼາຍສາຍຕ່າງໆລັ່ງໄຫຼໂຮມກັນເຮັດໃຫ້ແມ່ນໍ້າແຕ່ລະສາຍເພີ່ມປະລິມານຂຶ້ນຢ່າງຕໍ່ເນື່ອງຈົນເຖິງປະຈຸບັນເຫັນວ່າລະດັບນໍ້າຍັງມີປະລິມານເພີ່ນຂຶ້ນເລື້ອຍໆ.

ຈາກເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຕໍ່ກັບຜົນລະປູກ, ທີ່ທຳການຜະລິດ ແລະ ທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ, ໂດຍອິງຕາມລາຍງານຂອງການປະຕິບັດການຊ່ວຍເຫຼືອຂອງ 2 ກອງກຳລັງ ປກຊ ແລະ ປກສ ເມືອງ ໄດ້ນຳພາພະນັກງານທັງ 2 ກອງກຳລັງລົງຊ່ວຍເຫຼືອປະຊາຊົນບ້ານດອນເງິນທີ່ເປັນບ້ານອາໄສຢູ່ແຄມແມ່ນນໍ້າແຊງເປັນບ້ານທຳອິດທີ່ໄດ້ຮັບຜົນກະທົບຈາກເຫດການຄັ້ງນີ້, ປະຈຸບັນບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງພວມລົງກວດກາຜົນເສຍຫາຍຕ່າງໆເພື່ອລາຍງານຂັ້ນເທິງ ແລະ ໃຫ້ຄວາມຊ່ວຍເຫຼືອໃນເບື້ອງຕົ້ນໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເສຍຫາຍຈາກເຫດການດັ່ງກ່າວໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...