Homeຂ່າວຕ່າງປະເທດອະນຸຍາດໃຫ້ນຳສັດລ້ຽງຂຶ້ນລົດໄຟຟ້າ

ອະນຸຍາດໃຫ້ນຳສັດລ້ຽງຂຶ້ນລົດໄຟຟ້າ

Published on

ລົດໄຟຟ້າແອພອດລິ້ງ ປະເທດໄທ ປະກາດວ່າ: ຕັ້ງແຕ່ວັນທີ 14 ກໍລະກົດເປັນຕົ້ນໄປ, ຜູ້ໂດຍສານສາມາດນຳສັດລ້ຽງຂຶ້ນລົດໄຟຟ້ານຳໄດ້, ເຊິ່ງສາມາດເດີນທາງໄດ້ຫຼາຍສະຖານີຄື: ສຸວັນນະພູມ, ບ້ານທັບຊ້າງ, ລາດກະບັງ, ຫົວໝາກ, ຣາມຄຳແຫງ, ມັກກະສັນ, ພະຍາໄທ.

10 ปี "แอร์พอร์ตลิงก์" ผู้โดยสารอ่วม ขัดข้องบ่อย-รถไม่พอ-รอนาน

  • ສຳລັບຂໍ້ຄວນປະຕິບັດສຳລັບຜູ້ໂດຍສານທີ່ນຳສັດລ້ຽງມາຕ້ອງປະຕິບັດຄື:

1. ວັນຈັນ-ວັນສຸກ ສາມາດເດີນທາງພ້ອມສັດລ້ຽງ ເວລາ 10.00–15.00 ແລະ 20.00-24.00 ເທົ່ານັ້ນ.
2. ວັນເສົາ-ວັນທິດ ສາມາດເດີນທາງໄດ້ຕະຫຼອດເວລາທຳການ.
3. ຜູ້ໂດຍສານພ້ອມສັດລ້ຽງ ຈະຕ້ອງຂຶ້ນໃນຕູ້ທີ່ມີສັນຍາລັກລະບຸວ່າ: ສຳລັບເດີນທາງພ້ອມສັດລ້ຽງ ຫຼື Pet Travel Service ເທົ່ານັ້ນ.
4. ຊະນິດຂອງສັດລ້ຽງທີ່ໃຫ້ເດີນທາງນຳໄດ້ມີ ໝາ, ແມວ, ປາລ້ຽງສວຍງາມ ແລະ ນົກເທົ່ານັ້ນ.

รับเลี้ยงหมาแมวจร แถมฟรีประกันสุขภาพสัตว์5. ຜູ້ໂດຍສານ 1 ທ່ານ, ສາມາດນຳສັດລ້ຽງມານຳໄດ້ 1 ໂຕ.
6. ສັດລ້ຽງຕ້ອງຢູ່ໃນກົງ, ກະເປົາເປ້, ກະເປົາຫິ້ວທີ່ມິດຊິດ, ນຳໜັກຂອງສັດບໍ່ເກີນ 10 ກິໂລກຣາມ, ຂະໜາດກົງ ຫຼື ກະເປົາເປ້ກວ້າງບໍ່ເກີນ 35 ຊັງຕີເເມັດ, ຍາວ 56 ຊັງຕີແມັດ, ສູງ 36 ຊັງຕີແມັດ.
7. ໃນລະຫວ່າງການເດີນທາງ ຜູ້ໂດຍສານຕ້ອງອຸ້ມກົງ ຫຼື ພາຍກະເປົາໄວ້ກັບຕົວ ແລະ ຫ້າມວາງໄວ້ບ່ອນນັ່ງຂອງຜູ້ໂດຍສານທ່ານອື່ນເດັດຂາດ, ປ້ອງກັນການຂວາງທາງຂອງຜູ້ໂດຍສານທ່ານອື່ນ.

ຂ່າວ: pptv

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...