Homeຂ່າວພາຍ​ໃນທຳລາຍສິນຄ້າ ທີ່ເມືອງພິນ ແຂວງສະຫວັນນະເຂດ

ທຳລາຍສິນຄ້າ ທີ່ເມືອງພິນ ແຂວງສະຫວັນນະເຂດ

Published on

ເມື່ອບໍ່ດົນມານີ້, ທີ່ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ, ໂດຍການເຂົ້າຮ່ວມຂອງ ທ່ານສຸດໃຈ ໄຊຍະວົງ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ,ທ່ານ ຂັນແກ້ວ ສຸວັນນະລາດ ກໍາມະການພັກເມືອງ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງພີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 4 คน และ ข้อความ

ທ່ານ ຂັນແກ້ວ ສຸວັນນະລາດ ກໍາມະການພັກເມືອງ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງພີນ, ໄດ້ລາຍງານຜົນການເຄື່ອນໄຫວ ການລົງກວດກາສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນ-ເສຍຄຸນ ຢູ່ພາຍໃນເມືອງ, ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2024 ທາງເຈົ້າໜ້າທີ່ໄດ້ພົບ ແລະ ຍຶດສິນຄ້າມາຫຼາຍລາຍການ, ເປົ້າໝາຍກວດກາສິນຄ້າໃນຄັ້ງນີ້ມີ 37 ຫົວໜ່ວຍ. ສາມາດຍຶດສິນຄ້າປະເພດບໍລິໂພກ , ສະບຽງອາຫານໄດ້ທັງໝົດ 102 ລາຍການ, ລວມມູນຄ່າ 21.447.000 ກີບ, ຮູບແບບການທຳລາຍແມ່ນຈະໄດ້ແກະຖົງ ແລະ ຖອກ, ເທລົງໃສ່ຖັງ, ຫຼັງຈາກນັ້ນໃຫ້ຜູ້ບໍລິການຮັກສາຄວາມສະອາດຂອງເມືອງ ນຳໄປທໍາລາຍຖິ້ມຢູ່ສະຖານທີ່ເກັບຂີ້ເຫຍື້ອຂອງເມືອງ.

ຂ່າວ: Media Laos

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...