spot_img
Homeຂ່າວຕ່າງປະເທດຮູ້ຈັກຫຼາຍຂຶ້ນ! ງານໂອລິມປິກ 2024 ທີ່ປາຣີ

ຮູ້ຈັກຫຼາຍຂຶ້ນ! ງານໂອລິມປິກ 2024 ທີ່ປາຣີ

Published on

ການຈັດງານກິລາໂອລິມປິກໃນຄັ້ງນີ້ ກໍເປັນທີ່ຈັບຕາເບິ່ງຂອງຄົນທົ່ວໂລກ, ເນື່ອງຈາກ ເປັນການກັບມາເປັນເຈົ້າພາບອີກຄັ້ງໃນຮອບ 100 ປີ ຂອງປະເທດຝຣັ່ງ, ເຊິ່ງຈະໄດ້ຈັດຂຶ້ນທີ່ນະຄອນຫຼວງປາຣີ ໃນລະຫວ່າງວັນທີ 28 ສິງຫາ ຫາ 8 ກັນຍາ 2024, ໂດຍຈະມີນັກກິລາເຂົ້າຮ່ວມທັງໝົດ 206 ປະເທດໃນໂລກ, ຈຳນວນນັກກິລາ 10,500 ຄົນ, ມີກິລາ 329 ລາຍການໃນ 32 ຊະນິດກິລາ. ເຊິ່ງໃນການເປັນເຈົ້າພາບຂອງປະເທດຝຣັ່ງໃນຄັ້ງນີ້ ໄດ້ມີຫຼາຍໆຈຸດເດັ່ນທີ່ຖືກກ່າວເຖິງ, ມື້ນີ້ລາວໂພສໄດ້ຮວບຮວມມາໃຫ້ທຸກຄົນອ່ານໄປນຳກັນ.

Everything you need to know about France's celebration sites for the Olympic and Paralympic Games Paris 2024

1. ຄອນເຊັບຫຼັກຂອງງານຄັ້ງນີ້ແມ່ນເນັ້ນຢໍ້າ ”ຄວາມເທົ່າທຽມ ແລະ ອິດສະລະ”, ໂດຍມີການອອກແບບ ໂລໂກ້, ໂປສເຕີ, ມາສຄອສ (ຕຸກກະຕາທີ່ລະນຶກ) ທີ່ໃຊ້ສຳລັບງານ ໂອລິມປິກ ແລະ ພາລາລິມປິກ (ການແຂ່ງຂັນກິລາສຳລັບຜູ້ພິການ) ແບບດຽວກັນ.

Paris 2024 unveils iconic Paralympic and Olympic posters
(ຮູບໂປສເຕີ ຟາກຊ້າຍຈະເປັນສຳລັບງານໂອລິມປິກ, ສ່ວນຟາກຂວາສຳລັບງານ ພາຣາລິມປິກ, ເມື່ອເອົາສອງສ່ວນມາຕໍ່ເຂົ້າກັນຈະເປັນໂປສເຕີອັນດຽວກັນ ໝາຍເຖິງຄວາມເທົ່າທຽມ)

2. ຫຼຽນລາງວັນຈະມີສິ້ນສ່ວນເຫຼັກຂອງຫໍໄອເຟວ (ສິ້ນສ່ວນຈາກການສ້ອມແປງ) ມາປະກອບໃນຫຼຽນ ເພື່ອເປັນຂອງຂວັນສຸດພິເສດໃຫ້ແກ່ນັກກິລາໃນການມາເຂົ້າຮ່ວມການແຂ່ງຂັນທີ່ປາຣີໃນຄັ້ງນີ້.

Medals Designed By Chaumet Unveiled For Paris 2024 Olympic Games

3. ຊຸດເຄື່ອງແບບຂອງນັກກິລາປະເທດຟຣັ່ງ ທີ່ໄດ້ຮັບການອອກແບບຈາກດີຊາຍເນີ້ຊື່ດັງ ແລະ ສວຍງາມ, ເທ່, ມີເອກກະລັກ ສົມກັບວ່າເປັນເມືອງແຫ່ງສິລະປະ ແລະ ແຟຊັ່ນ.

Paris 2024 Olympics: Unveiling the French Team's Outfits by Stéphane Ashpool - Fucking Young!

4. ເພິ່ມການແຂ່ງຂັນກິລາຊະນິດໃໝ່ເຂົ້າມາ ໂດຍສະເພາະແມ່ນການແຂ່ງຂັນກິລາເບຣກແດນ.

Breakdancing set for Olympic debut at Paris 2024 Games - SportsPro

5. ມາສຄອສ ຫຼື ຕຸກກະຕາປະຈຳງານ ແມ່ນໄດ້ຮັບແຮງບັນດານໃຈໃນການອອກແບບມາຈາກໝວກຂອງຊາວຟຣີເຈຍທີ່ສວມໃສ່ຂະນະທີ່ທຳການປະຕິວັດຝຣັ່ງໃນປີ 1789 ແລະ ສະຖາປະນາເປັນສາທາລະນະລັດຝຣັ່ງ, ສຳລັບການອອກແບບມາກຄອສ ຈະມີ 2 ປະເພດຄື: ມາສຄອສສຳລັບໂອລິມປິກ ແລະ ພາຣາລິມປິກ, ເຊິ່ງຈະພິເສດຄື: ມາສຄອສບາງສ່ວນຈະມີສວມໃສ່ອຸປະກອນຊ່ວຍແລ່ນ ເພື່ອເປັນຕົວແທນຂອງຜູ້ພິການ.

2024 Paris Olympics mascots fuel criticism for actually being made in China

ຂໍ້ມູນຈາກ: bbc, The Metropolis

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...