Homeຂ່າວພາຍ​ໃນພົບປຸ໋ຍບໍ່ໄດ້ມາດຕະຖານຢູ່ຄຳມ່ວນ

ພົບປຸ໋ຍບໍ່ໄດ້ມາດຕະຖານຢູ່ຄຳມ່ວນ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລົງເກັບຕົວຢ່າງ ຝຸ່ນເຄມີ (ປຸ໋ຍ) ຈາກບັນດາບໍລິສັດນໍາເຂົ້າ ແລະ ຮ້ານຈໍາໜ່າຍ ພາຍໃນ 4 ຕົວເມືອງ ຄື: ເມືອງທ່າແຂກ, ເມືອງໜອງບົກ, ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ, ເພື່ອນໍາໄປວິໄຈຫາທາດອາຫານພືດ ທີ່ບັນຈຸໃນຝຸ່ນເຄມີ ວ່າມີຄຸນນະພາບຖືກຕ້ອງ ແລະ ຄົບຖ້ວນຕາມມາດຕະຖານ ຫຼື ບໍ່.

May be an image of 7 people and text

ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ຂອງເຈົ້າໜ້າທີ່ ໄດ້ເກັບຕົວຢ່າງທັງໝົດ 7 ຕົວຢ່າງ ແລ້ວສົ່ງໃຫ້ສູນວິໄຈດິນ, ພືດ ແລະ ຝຸ່ນ (ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກຳ ແລະ ປ່າໄມ້) ເພື່ອເຮັດການວິໄຈ ເຊິ່ງວ່າຜົນຂອງການວິໄຈດັ່ງກ່າວອອກມາ ໃນ 07 ຕົວຢ່າງນັ້ນ ລວມມີ 2 ຕົວຢ່າງ ທີ່ບໍ່ໄດ້ຕາມມາດຕະຖານ.

May be an image of 1 person and text

ຕໍ່ບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ ກໍໄດ້ແຈ້ງເຕືອນໄປຫາບໍລິສັດ ແລະ ຮ້ານຈໍາໜ່າຍ, ເພື່ອບໍ່ໃຫ້ນໍາເຂົ້າ ແລະ ຈໍາໜ່າຍຝຸ່ນເຄມີ(ປຸ໋ຍ) ທີ່ໄດ້ຄຸນນະພາບຕາມມາດຕະຖານສາກົນ ພ້ອມນັ້ນ, ເຈົ້າໜ້າທີ່ຍັງສືບຕໍ່ເອົາໃຈໃສ່ ຕິດຕາມກວດກາການນໍາເຂົ້າ ແລະ ຈໍາໜ່າຍຝຸ່ນເຄມີ(ປຸ໋ຍ) ຢ່າງເຄັ່ງຄັດໃນຕໍ່ໜ້າ, ເພື່ອຜົນປະໂຫຍດຂອງພໍ່ແມ່ປະຊາຊົນກໍຄືຊາວກະສິກອນ.

ຂ່າວ: Khammouane News

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...