spot_img
Homeຂ່າວຄວາມສະຫງົບຈັບໄດ້ແລ້ວໜຸ່ມນ້ອຍໃຈໂຫດ ກໍ່ເຫດຂົ່ມຂືນ ແລ້ວຄາຕະກຳເພື່ອປິດປາກ

ຈັບໄດ້ແລ້ວໜຸ່ມນ້ອຍໃຈໂຫດ ກໍ່ເຫດຂົ່ມຂືນ ແລ້ວຄາຕະກຳເພື່ອປິດປາກ

Published on

ພັທ ສີພູມ ທອງສະໝຸດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກລາຍງານ ໃນວັນທີ 28 ມິຖຸນາ 2024 ວ່າ: ໃນຄັ້ງວັນທີ 25 ມິຖຸນາ 2024 ຜ່ານມາ, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກໄດ້ຮັບລາຍງານວ່າ: ມີຄົນເສຍຊີວິດຢູ່ຈຸດທົງໂສກ ຂອບເຂດບ້ານແກ້ງຢາງ ເມືອງບາຈຽງຈະເລີນສຸກ ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ສົມທົບກັບພາກສ່ວນກ່ຽວຂ້ອງລົງທັນນະສູດສະຖານທີ່ເກີດເຫດພົບຜູ້ເສຍຊີວິດ 1 ຄົນ: ຊື່ນາງ ແດັດດີ້ ອາຍຸ 13 ປີ ສັນຊາດລາວ ອາຊີບນັກຮຽນ ຢູ່ບ້ານແກ້ງຢາງ ກຸ່ມທົງສາລາ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.

ຜ່ານການກວດສອບສະຖານທີ່ເກີດເຫດ ແລະ ທັນນະສູດຊາກສົບ ໃນວັນທີ 26 ມິຖຸນາ 2024 ຈຶ່ງສາມາດກັກຕົວຜູ້ກໍ່ເຫດໄດ້ຊື່ວ່າ: ທ້າວ ລຸ້ງ ອາຍຸ 15 ປີ ສັນຊາດລາວ ອາຊີບຊາວສວນ ຢູ່ບ້ານແກ້ງຢາງ ກຸ່ມທົງສາລາ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບວ່າ: ເວລາປະມານ 8 ໂມງຂອງວັນທີ 25 ມິຖຸນາ ຜູ້ກ່ຽວໄດ້ອອກໄປນາ ໂດຍວາງແຜນຈະໄປກໍ່ເຫດຂົ່ມຂືນໂດຍສະເພາະ ຍ້ອນຮູ້ວ່າຜູ້ຕົກເປັນເຫຍື່ອໄປລ້ຽງງົວເປັນປະຈຳ ໂດຍໃຊ້ກະສອບສຸບ ຫົວ ແລະ ໃຊ້ເຊືອກງົວມັດ ພ້ອມກໍາປັນຊົກທ້ອງຈົນສະຫລົບ ຈາກນັ້ນ ຈຶ່ງອູ້ມຈາກຖຽງເຂົ້າປ່າເພື່ອໄປຂົ່ມຂືນຈົນສຳເລັດແລ້ວຄາຕະກຳ.

ສາເຫດ ແລະ ແຮງຈູງໃຈຂອງຜູ້ກ່ຽວ: ຜູ້ກ່ຽວໄດ້ມີການກະກຽມ ແລະ ມີຄວາມປັກໃຈຢາກຂົ່ມຂືນ ນາງ ແດັດດີ້ ມາຕັ້ງແຕ່ປີ 2023 ເຊິ່ງພາຍຫຼັງຂົ່ມຂືນສຳເລັດແລ້ວ ຜູ້ກ່ຽວຈຶ່ງໄດ້ຄາຕະກຳເພື່ອປິດປາກ ຕໍ່ພຶດຕິກຳດັ່ງກ່າວແມ່ນຜິດຕໍ່ມາດຕາ 249 ປະມວນກົດໝາຍອາຍາວ່າດ້ວຍ ສ້າງຄວາມເສຍຫາຍຕໍ່ຊີວິດ ນອກຈາກນັ້ນຍັງໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ສ່ວນຄະດີດັ່ງກ່າວແມ່ນໄດ້ມອບໃຫ້ພະແນກສືບສວນ-ສືບສວນ ປກສ ແຂວງຈຳປາສັກ ສືບຕໍ່ດຳເນີນຕາມຂັ້ນຕອນກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...