Homeຂ່າວພາຍ​ໃນສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ

ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ

Published on

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ຄົ້ນຄວ້າປະກອບຄໍາເຫັນ ໃນກອງປະຊຸມສະໄໝສະມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຂອງຕອນເຊົ້າວັນທີ 25 ມິຖຸນາ 2024, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 8 ພາກ ແລະ 64 ມາດຕາ, ຕັດອອກ 3 ມາດຕາ, ເພີ່ມເນື້ອໃນເຂົ້າໃໝ່ 3 ມາດຕາ, ປັບປຸງເນື້ອໃນ 40 ມາດຕາ ແລະ ຮັກສາເນື້ອໃນໄວຄືເກົ່າ 18 ມາດຕາ.

May be an image of 1 person, dais and text

ທ່ານໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ເຫດຜົນ ແລະ ຄວາມຈຳເປັນ ໃນການສະເໜີປັບປຸງກົດໝາຍດັ່ງກ່າວ ໄດ້ຖືກນໍາໃຊ້ມາເປັນເວລາ 5 ປີ, ຜ່ານການ ຈັດຕັ້ງປະຕິບັດຕົວຈິງເຫັນວ່າ: ມີບາງເນື້ອໃນຍັງບໍ່ສອດຄ່ອງກັບ ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ, ເປັນຕົ້ນເນື້ອໃນຢູ່ບາງມາດຕາເຫັນວ່າ: ຊໍ້າຊ້ອນກັນ, ການຈັດລຽງຄວາມເວົ້າບໍ່ສອດຄ່ອງຕາມກົນໄກ ການຄຸ້ມຄອງອາກອນມູນຄ່າເພີ່ມ, ລວມເຖິງການອະທິບາຍຄໍາສັບມີລັກສະນະບໍ່ຄົບຖ້ວນ, ເນື້ອໃນບໍ່ຈະແຈ້ງ.

ນອກຈາກນີ້, ການກໍານົດເນື້ອໃນ ການຍົກເວັ້ນໃນມາດຕາ 12 ເຫັນວ່າ: ບໍ່ມີລັກສະນະສົ່ງເສີມການຜະລິດພາຍໃນ, ມີຊ່ອງຫວ່າງ ໃນການຫຼົບຫຼີກ ເຮັດໃຫ້ການສວຍໃຊ້ນະໂຍບາຍການຍົກເວັ້ນມີລັກສະນະເພີ່ມຂຶ້ນ, ເຊິ່ງມູນຄ່າການຍົກເວັ້ນ ອາກອນມູນຄ່າເພີ່ມໃນແຕ່ລະປີເຫັນວ່າມີສັດສ່ວນຫຼາຍກວ່າ ການເກັບອາກອນມູນຄ່າເພີ່ມປະມານ 3-4 ເທົ່າຕົວ; ການບໍ່ອະນຸຍາດໃຫ້ຫັກ ຫຼື ສົ່ງຄືນອາກອນມູນຄ່າເພີ່ມ ສົ້ນເຂົ້າ ທີ່ຫັກບໍ່ໝົດໃນທ້າຍປີ ຂອງການປະຕິບັດອາກອນມູນຄ່າເພີ່ມໃນອັດຕາ 10% ຕາມກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ) ສະບັບເລກທີ 48/ສພຊ ເຮັດໃຫ້ບັນດາວິສາຫະກິດທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ບໍ່ໄດ້ຮັບຄວາມເປັນທຳ ຕາມກົນໄກ ອາກອນມູນຄ່າເພີ່ມ; ການອະນຸຍາດໃຫ້ຫັກອາກອນມູນຄ່າເພີ່ມ ສົ້ນເຂົ້າ ທີ່ຕິດພັນກັບການຊົມໃຊ້ບໍລິການຂົນສົ່ງ ຈາກນິຕິບຸກຄົນທີ່ບໍ່ໄດ້ຈົດທະບຽນຢູ່ ສປປ ລາວ ຕາມມາດຕາ 24 ແລະ ອື່ນໆ.

ຖ້າຫາກກົດໝາຍດັ່ງກ່າວ, ຖືກຮັບຮອງ ແລະ ປະກາດໃຊ້ ຈະສາມາດສ້າງລາຍຮັບເຂົ້າງົບປະມານໄດ້ເພີ່ມຂຶ້ນ, ຈຳກັດຊ່ອງວ່າງຈາກການຮົ່ວໄຫຼຂອງລາຍຮັບ, ການຄວບຄຸມເງິນຕາ ມີຄວາມຮັດກຸມຂຶ້ນຕື່ມ ແລະ ຖືກຍອມຮັບຈາກສາກົນຫຼາຍຂຶ້ນ, ສາມາດຄຸ້ມຄອງເງິນຕາຕ່າງປະເທດ ທີ່ຕິດພັນກັບການສົ່ງອອກສິນຄ້າ ຕ້ອງນຳເງິນເຂົ້າມາປະເທດ, ໂດຍຜ່ານລະບົບທະນາຄານ ຕາມລະບຽບການຢ່າງຄົບຖ້ວນ; ສ້າງຄວາມເປັນທຳໃຫ້ແກ່ວິສາຫະກິດ ຜູ້ທີ່ຢູ່ໃນລະບົບ ອາກອນມູນຄ່າເພີ່ມ ເປັນຕົ້ນການອະນຸຍາດສິນເຊື່ອ ອາກອນມູນຄ່າເພີ່ມ ສົ້ນເຂົ້າ ທີ່ຫັກບໍ່ໝົດໃນປີ ສາມາດນຳໄປຫັກຕໍ່ໃນປີຕໍ່ໄປໄດ້ ແລະ ສ້າງລະບຽບການຄຸ້ມຄອງການສົ່ງຄືນເງິນ ອາກອນມູນຄ່າເພີ່ມ ໃຫ້ສະດວກ ແລະວ່ອງໄວກວ່າເກົ່າ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...