Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ໃນພິທີຫັດ ເພີ່ມຂຶ້ນເປັນ 922 ຄົນ ເນື່ອງຈາກອາກາດຮ້ອນເອົ້າ

ຍອດຜູ້ເສຍຊີວິດ ໃນພິທີຫັດ ເພີ່ມຂຶ້ນເປັນ 922 ຄົນ ເນື່ອງຈາກອາກາດຮ້ອນເອົ້າ

Published on

ສຳນັກຂ່າວເອເອັບພີ ລາຍງານໃນວັນທີ 19 ມິຖຸນາ 2024 ນີ້ວ່າ: ຍອດຜູ້ເສຍຊີວິດໃນລະຫວ່າງປະກອບ ພິທີຫັດ ໃນນະຄອນມັກກະ ປະເທດສາອຸດິອາຣັບບີ ໃນລະຫວ່າງວັນທີ 15-19 ມິຖຸນາ 2024 ເພີ່ມຂຶ້ນຢ່າງນ້ອຍເປັນ 922 ຄົນ ເນື່ອງຈາກສະພາບອາກາດຮ້ອນເອົ້າສູງເຖິງ 51.8 ອົງສາ ຂະນະທີ່ຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ສະແຫວງບຸນຫຼາຍຄົນກຳລັງຕາມຫາຄົນຮັກຂອງຕົນທີ່ສູນຫາຍໄປບໍ່ສາມາດຕິດຕໍ່ໄດ້ຫຼັງຈາກຮ່ວມພິທີ.

ຕາມການລາຍງານ ປີນີ້ມີຜູ້ສະແຫວງບຸນຈາກທົ່ວໂລກເຂົ້າຮ່ວມພິທີຫັດ ປະມານ 1.8 ລ້ານ ຄົນໂດຍພິທີກຳດັ່ງກ່າວໄດ້ຈັດເປັນເວລາຫຼາຍມື້ ແລະ ຈັດຢູ່ກາງແຈ້ງ ໂດຍສ່ວນໃຫຍ່ຜູ້ເສຍຊີວິດເນື່ອງຈາກອາກາດທີ່ຮ້ອນເອົ້າ ແລະ ຜູ້ສະແຫວງບຸນຫຼາຍຄົນຢູ່ໃນໄວສູງອາຍຸ.

ນອກຈາກນີ້ເຈົ້າໜ້າທີ່ຂອງທາງການອີຍິບໃນຊາອຸດິອາຣັບບີ ໄດ້ຮັບລາຍງານຜູ້ສະແຫວງບຸນຫາຍສາບສູນກວ່າ 1,400 ສະບັບ ແຕ່ນອກຈາກອີຍິບແລ້ວ ຍັງມີລາຍງານການເສຍຊີວິດຂອງຜູ້ສະແຫວງບຸນ ຈາກຈໍແດນ, ອິນໂດເນເຊຍ, ອີຣ່ານ, ເຊເນກັນ, ຕູນີເຊຍ ແລະ ເຄີດິສະຖານ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...