spot_img
Homeຂ່າວພາຍ​ໃນກັກຕົວກຸ່ມໄວລຸ້ນຂີ່ລົດກວນເມືອງ

ກັກຕົວກຸ່ມໄວລຸ້ນຂີ່ລົດກວນເມືອງ

Published on

ເມື່ອບໍ່ດົນມານີ້, ກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສາມາດກັກຕົວໄວໜຸ່ມ 8 ຄົນ ໃນຂໍ້ຫາ ຂັບຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ ແລະ ສ້າງບົດບັນທຶກກ່າວເຕືອນ.

ຜ່ານການກວດສອບລົດຈັກ ພົບເຫັນວ່າ ໄດ້ມີການດັດແປງສະພາບເຕັກນິກຄື: ໃສ່ຢາງນ້ອຍ, ທໍ່ລົດມີສຽງດັງແຮງເກີນມາດຕະຖານ, ບໍ່ຕິດປ້າຍທະບຽນ, ບໍ່ໃສ່ແວ່ນຂ້າງ, ດັດແປງທໍ່ຄວັນ.

ຮອ ນິກສັນ ຄໍາມາຫາ ຫົວໜ້າກອງຈະລາຈອນ ກອງບັນຊາການ ປກສ ນະຄອນໄກສອນ ໄດ້ໃຫ້ຮູ້ວ່າ: ຜ່ານການລົງເຄື່ອນໄຫວປະຕິບັດໜ້າທີ່ຕິດຕາມກວດກາ ສະພາບການສັນຈອນຕາມເສັ້ນທາງ, ຢູ່ຂອບເຂດເທດສະບານນະຄອນໄກສອນ, ໄດ້ພົບເຫັນກຸ່ມແກ້ງດັ່ງກ່າວ ແລະ ເຈົ້າໜ້າທີ່ກໍໄດ້ກັກຕົວ.

ເຊິ່ງພວກກ່ຽວຢູ່ໃນເກນອາຍຸ 15-20 ປີ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມ-ກ່າວເຕືອນ, ພ້ອມທັງປະກອບສະພາບເຕັກນິກລົດໃຫ້ເປັນສະພາບເດີມ ແລະ ປັບໄໝຕາມລະບຽບກົດໝາຍ.

ຂ່າວ: ຂ່າວກອງບັນຊາການ ປກສ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...