spot_img
Homeຂ່າວພາຍ​ໃນປກສ ຈຳປາສັກ ກັກຕົວກຸ່ມມົ້ວສຸມຢາເສບຕິດ

ປກສ ຈຳປາສັກ ກັກຕົວກຸ່ມມົ້ວສຸມຢາເສບຕິດ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ໄດ້ເຄື່ອນໄຫວລົງມ້າງກຸ່ມມົ້ວສຸມເສບຢາເສບຕິດ ຢູ່ຖຽງສວນມັນຕົ້ນເຂດບ້ານກະຈິດ, ເມືອງບາຈຽງ ແຂວງຈຳປາ, ເຊິ່ງສາມາດກັກຕົວກຸ່ມເປົ້າໝາຍ 10 ຄົນ, ທີ່ກຳລັງມົ້ວສຸມເສບຢາເສບຕິດປະເພດຢາບ້າ, ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວພວກກ່ຽວມາສຶກສາອົບຮົມຕາມລະບຽບການ.

อาจเป็นรูปภาพของ 11 คน

ຜ່ານການສອບສວນ ພວກກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຜ່ານມາແມ່ນໄດ້ເສບຢາເສບຕິດປະເພດຢາບ້າ ຢູ່ຈຸດດັ່ງກ່າວຫຼາຍຄັ້ງແລ້ວ, ເມື່ອເປັນດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງນຳຕົວພວກກ່ຽວພ້ອມພໍ່ແມ່ຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານມາເປັນສັກຂີພະຍານ, ເພື່ອສຶກສາອົບຮົມກຸ່ມມົ້ວສຸມດັ່ງກ່າວ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຜົນຮ້າຍຂອງຢາເສບຕິດ ທີ່ເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ, ເຮັດໃຫ້ບ້ານເມືອງບໍ່ມີຄວາມສະຫງົບ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...