spot_img
Homeຂ່າວຕ່າງປະເທດຍິງຊາວອິນໂດເນເຊຍ ຖືກງູເຫຼືອມຍັກຍາວ 6 ແມັດ ກິນທັງເປັນ

ຍິງຊາວອິນໂດເນເຊຍ ຖືກງູເຫຼືອມຍັກຍາວ 6 ແມັດ ກິນທັງເປັນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຈາກາຕາໃນວັນທີ 8 ມິຖຸນາ 2024 ກ່ຽວກັບເຫດການສະເທືອນຂວັນ ເມື່ອຍິງຊາວອິນໂດເນເຊຍ ອາຍຸ 50 ປີ ຊື່ວ່າ: ຟາຮິດາ ເຊິ່ງມີລູກທັງໝົດ 4 ຄົນ ຖືກງູເຫຼືອມຍັກກິນທັງເປັນ ລະຫວ່າງກຳລັງຍ່າງລັດຕາມປ່າເພື່ອໄປຂາຍອາຫານທີ່ຕະຫຼາດແຫ່ງໜຶ່ງໃກ້ກັບໝູ່ບ້ານ ທີ່ເມືອງກາເລມປັງ ໃນແຂວງສຸລາເວສີໃຕ້ ເມື່ອວັນພະຫັດທີ່ຜ່ານມາ.

ທາງດ້ານຜົວຂອງຟາຮິດາຄື ທ້າວ ໂນນິ ອາຍຸ 55 ປີ ກັງວົນວ່າ: ເມຍຂອງຕົນກັບບ້ານຜິດເວລາ ແລະ ບໍ່ສາມາດຕິດຕໍໄດ້ ຈຶ່ງແຈ້ງໄປຫາຜູ້ນຳໝູ່ບ້ານ ເຊິ່ງໄດ້ຈັດການອອກຕາມຫາໂດຍມີປະຊາຊົນຈຳນວນໜຶ່ງໄດ້ລົງພື້ນທີ່ຄົ້ນຫາ ຈົນໄດ້ພົບກັບງູເຫຼືອມທີ່ມີຄວາມຍາວ 6 ແມັດ ມີທ້ອງລັກສະນະທີ່ໃຫຍ່ຈົນບໍ່ສາມາດເຄື່ອນຍ້າຍຮ່າງກາຍໄດ້.

ຊາວບ້ານຈຶ່ງຕັດສິນໃຈຜ່າທ້ອງຂອງງູເຫຼືອມໂຕດັ່ງກ່າວ ແລະ ພົບຮ່າງຂອງຟາຮິດາ ເຊິ່ງຊາວບ້ານຊ່ວຍກັນນຳສົບຂອງນາງອອກມາຈາກທ້ອງຂອງງູເຫຼືອມ ແລ້ວນຳໄປປະປອບພິທີທາງສາດສະໜາ.

ຢ່າງໃດກໍຕາມເຫດການແບບນີ້ບໍ່ແມ່ນຄັ້ງທຳອິດທີ່ເກີດຂຶ້ນໃນອິນໂດເນເຊຍ ເຊິ່ງໃນປີ 2022 ກໍເກີດເຫດການຄ້າຍກັນເມື່ອຍິງຊາວງອິນໂດເນເຊຍອາຍຸ 54 ປີ ຖືກງູເຫຼືອມຍັກກິນທັງເປັນລະຫວ່າງທີ່ອອກໄປປາດຢາງໃນປ່າໃກ້ບ້ານ ຢູ່ແຂວງຈຳບີ ຕັ້ງຢູ່ທາງຕາເວັນຕົກຂອງເກາະສຸມາຕາ ໂດຍເຫດການລັກສະນະແບບນີ້ມັກເກີດຂຶ້ນຕາມໝູ່ບ້ານໃນພື້ນທີ່ຫ່າງໄກເຊິ່ງມີປ່າດົກ ທີ່ມັກເປັນແຫຼ່ງທີ່ຢູ່ອາໄສຈຳສິນຂອງງູ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...