Homeຂ່າວພາຍ​ໃນລົດເມໂດຍສານ ກັບ ລົດໃຫຍ່(ລົດ6ລໍ້) ຕຳກັນ

ລົດເມໂດຍສານ ກັບ ລົດໃຫຍ່(ລົດ6ລໍ້) ຕຳກັນ

Published on

ອີງຕາມການລາຍງານຂອງໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ: ໃນວັນທີ 8 ມິຖຸນາທີ່ຜ່ານມາ, ເວລາ 12:02 ນາທີ ໄດ້ຮັບແຈ້ງຈາກປະຊາຊົນ ວ່າມີອຸບັດຕິເຫດລົດເມໂດຍສານ+ລົດໃຫຍ່(ລົດ6ລໍ້) ທີ່ເຂດຫຼັກ 55, ເມືອງຂວາ, ແຂວງຜົ້ງສາລີ. ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ລົງກວດສອບສະຖານທີ່ເກີດເຫດຕົວຈິງພົບເຫັນຜູ້ໄດ້ຮັບບາດເຈັບຈຳນວນ 4 ຄົນຄື:

ไม่มีคำอธิบายรูปภาพ

*ຂໍ້ມູນຜູ້ບາດເຈັບ1: ເພດ ຍິງ, ອາຍຸ 23 ປີ; ອາການບາດເຈັບເບື້ອງຕົ້ນ: ກະທົບບ່າໄຫຼ່ເບື້ອງຊ້າຍ ແລະ ຕີນເບື້ອງຊ້າຍມີບາດແຜ

*ຂໍ້ມູນຜູ້ບາດເຈັບ2: ເພດ ຊາຍ, ອາຍຸ 31 ປີ; ອາການບາດເຈັບເບື້ອງຕົ້ນ: ກະທົບບ່າໄຫຼ່ເບື້ອງຊ້າຍ ແລະ ມີອາການແໜ້ນໜ້າເອິກ

*ຂໍ້ມູນຜູ້ບາດເຈັບ3: ເພດ ຊາຍ, ອາຍຸ 24 ປີ; ອາການບາດເຈັບເບື້ອງຕົ້ນ: ຂາເບື້ອງຊ້າຍມີບາດແຜເລັກນ້ອຍ

*ຂໍ້ມູນຜູ້ບາດເຈັບ4: ເພດ ຊາຍ, ອາຍຸ 20 ປີ; ອາການບາດເຈັບເບື້ອງຕົ້ນ: ມີອາການແໜ້ນໜ້າເອິກ ແລະ ຂາເບື້ອງຂວາຂຽວຊ້ຳ

อาจเป็นรูปภาพของ 8 คน, ผู้คนกำลังตั้งแคมป์ และ ข้อความ

ເຊິ່ງໜ່ວຍກູ້ໄພໄດ້ທຳການປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍແຂວງອຸດົມໄຊເພື່ອຮັບການຮັກສາຂັ້ນຕໍ່ໄປ.

ຂ່າວ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...