Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທບຸກຈັບ ໂຮງງານຜະລິດແປ້ງນົວ-ເຄື່ອງປຸງປອມ ພ້ອມຂອງກາງຫຼາຍລາຍການ

ເຈົ້າໜ້າທີ່ໄທບຸກຈັບ ໂຮງງານຜະລິດແປ້ງນົວ-ເຄື່ອງປຸງປອມ ພ້ອມຂອງກາງຫຼາຍລາຍການ

Published on

ສຳນັກຂ່າວໄທລາຍງານ ເມື່ອອາທິດທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສອບສວນກາງ (CIB) ໄດ້ເຂົ້າຈັບກຸມ ນາງ ເຜັນຜະກາ ອາຍຸ 68 ປີ ຢູ່ຊອຍ 14 ເຂດປະເວດ ກຸງເທບມະຫານະຄອນ ປະເທດໄທ, ເຊິ່ງເປັນຜູ້ຕ້ອງຫາຄະດີ ປອມເຄື່ອງໝາຍການຄ້າມີໄວ້ເພື່ອຈຳໜ່າຍສິນຄ້າທີ່ມີເຄື່ອງໝາຍການຄ້າ, ປອມເຄື່ອງໝາຍການຄ້າ, ຂອງບຸກຄົນອື່ນທີ່ໄດ້ຈົດທະບຽນແລ້ວ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພົບຂອງການ: ຜົງປຸງອາຫານປອມ 10 ຊອງ ແລະ ຊອງເປົ່າທີ່ກຳລັງຈະບັນຈຸ 2000 ຊອງ, ແປ້ງນົວປອມບັນຈຸແລ້ວ 350 ຊອງ ແລະ ຊອງເປົ່າອີກ 9000 ຊອງ, ນ້ຳປາບັນຈຸແລ້ວ 2,700 ແກ້ວ ແລະ ແກ້ວເປົ່າບັນຈຸ 300 ແກ້ວ, ນ້ຳສົ້ມສາຍຊູ ບັນຈຸ 2,472 ແກ້ວ ແລະ ແກ້ວເປົ່າ 600 ແກ້ວ, ນ້ຳກະທຽມດອງບັນຈຸ 5,280 ແກ້ວ ແລະ ແກ້ວເປົ່າ 240 ແກ້ວ, ນ້ຳມັນໝາກພ້າວບັນຈຸແລ້ວ 282 ແກ້ວ ແລະ ແກ້ວເປົ່າ 600 ແກ້ວ, ນເຄື່ອງຈັກພາສະນະອຸປະກອນ ແລະ ວັດຖຸດິບທີ່ໃຊ້ໃນການຜະລິດຫຼາຍລາຍການຈຳນວນ 5,161 ອັນ.

ເຊິ່ງຂະບວນການຜະລິດດັ່ງກ່າວ ພາຊະນະ ແລະ ອຸປະກອນທີ່ໃຊ້ໃນການຜະລິດບໍ່ໄດ້ມາດຕະຖານ ບໍ່ສະອາດຖືກຫຼັກອະນາໄມ ເຈົ້າໜ້າທີ່ຈຶ່ງແຈ້ງຂໍ້ກ່າວຫາໃຫ້ຜູ້ຕ້ອງຫາຮັບຮູ້ ແລະ ຈັບກຸມຕົວເພື່ອສອບສວນ ແລະ ດຳເນີນຄະດີຕາມກົດໝາຍຕໍ່ໄປ.

ຝາກເຖິງພໍ່ແມ່ປະຊາຊົນໃຫ້ລະມັດລະວັງໃນການເລືອກຊື້ສິນຄ້າທີ່ໃຊ້ໃນການບໍລິໂພກ ຄວນຊື່ສິນຄ້າຈາກແຫຼ່ງ ແລະ ຍີ່ຫໍ້ທີ່ມີຄວາມໜ້າເຊື່ອຖື ເນື່ອງຈາກລາວເຮົາເປັນປະເທດທີ່ນຳເຂົ້າສິນຄ້າບໍລິໂພກຈາກເພື່ອນບ້ານເປັນຫຼັກ ຖ້າຖືກຂອງປອມທີ່ບໍ່ໄດ້ຮັບອະນຸຍາດ ທີ່ມີຂະບງນການຜະລິດທີ່ບໍ່ໄດ້ມາດຕະຖານອາດກໍ່ໃຫ້ເກີດອັນຕະລາຍແກ່ຮ່າງກາຍຄົນເຮົາໄດ້.

ແຫຼ່ງຂ່າວ: ມະຕິຊົນອອນລາຍ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...