spot_img
Homeຂ່າວພາຍ​ໃນເມືອງອາດສະພັງທອງ ສັກວັກຊິນ ກັນພະຍາດໝາກແດງ ສໍາເລັດກວ່າ 71 %

ເມືອງອາດສະພັງທອງ ສັກວັກຊິນ ກັນພະຍາດໝາກແດງ ສໍາເລັດກວ່າ 71 %

Published on

ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ມີກຸ່ມເປົ້າໝາຍສັກວັກຊິນກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃຫ້ເດັກອາຍຸຕໍ່າກວ່າ 5 ປີລົງມາຈໍານວນ 3 ພັນກວ່າຄົນ ໂດຍໄດ້ເປີດຂະບວນສັກວັກຊິນດັ່ງກ່າວ ແຕ່ວັນທີ 20-26 ພຶດສະພາ 2024 ສາມາດສັກວັກຊິນໃຫ້ເດັກກຸ່ເປົ້າໝາຍ ໄດ້ 2.800 ກວ່າຄົນ ຫລື ປະມານ 71,35%.

ໃນວັນທີ 27 ພຶດສະພາ 2024 ຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະ ກະຊວງສາທາລະນະສຸກ ຮ່ວມກັບ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມການສັກວັກຊິນກັນພະຍາດໝາກແດງນ້ອບ ແລະ ໝາກແດງໃຫຍ່ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານກະຊວງສາທາລະນະສຸກ, ມີພະນັກງານແພດໝໍແຂວງ, ພະນັກງານແພດໝໍປະຈໍາສຸກສາລາເມືອງ ແລະ ປະຊາຊົນເຂົ້າຮ່ວມ.

 

ທ່ານ ໄພທູນ ສີດາວົງ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງອາດສະພັງທອງ ໄດ້ໃຫ້ຮູ້ວ່າ: ຂະບວນການສັກວັກຊິນໝາກແດງນ້ອຍ ແລະ ໝາກແດງໃຫຍ່ ແມ່ນເນັ້ນໃສ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ໂດຍບໍ່ເສຍຄ່າ. ທັງນີ້, ກໍເພື່ອຊ່ວຍສະກັດກັ້ນການແພ່ລະບາດຂອງພະຍາດດັ່ງກ່າວ ເພາະປັດຈຸບັນເຫັນໄດ້ວ່າໃນທົ່ວໂລກມີກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນ ເນື່ອງຈາກມີອັດຕາການສັກວັກຊິນກັນພະຍາດຕ່ຳລົງໃນກຸ່ມເດັກນ້ອຍ ເຊິ່ງການສັກວັກຊິນມີບົດບາດສໍາຄັນໃນການຕໍ່ສູ້ກັບພະຍາດຄຸກຄາມຮ້າຍແຮງ ທີ່ເກີດຈາກພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່. ສະເພາະເມືອງອາດສະພັງທອງ ແມ່ນມີເປົ້າໝາຍກຸ້ມເປົ້າໝາຍສັກວັກຊິນກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ຈໍານວນ 3 ພັນກວ່າຄົນ, ປັດຈຸບັນປະຕິບັດໄດ້ແລ້ວ 2.800 ກວ່າຄົນ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ມີຄຳເຫັນວ່າ: ກະຊວງ ຖວທ ໄດ້ປະກອບສ່ວນຢ່າງແຂງແຮງໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນກ່ຽວກັບ ຜົນດີຂອງການສັກວັກຊິນກັນພະຍາດ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມ, ສື່ສັງຄົມອອນລາຍ ແລະລະບົບໂທລະໂຄ່ງຊຸມຊົນ. ສື່ມວນຊົນ ມີຄວາມສາມາດໃນການເຂົ້າເຖິງຊຸມຊົນຢ່າງກວ້າງຂວາງ ແລະຫລາກຫລາຍດ້ວຍຂໍ້ຄວາມທີ່ເຂົ້າໃຈງ່າຍ ທີ່ຈະສົ່ງຜົນສະທ້ອນທາງບວກ ໃຫ້ແກ່ສຸຂະພາບຂອງແມ່ແລະ ເດັກ, ເຮັດໃຫ້ຄອບຄົວມີຂໍ້ມູນໃນການຕັດສິນໃຈ ກ່ຽວກັບການສັກວັກຊິນ ໃຫ້ລູກຂອງເຂົາເຈົ້າ, ບົດບາດ. ພ້ອມນີ້, ສື່ມວນຊົນລາວ ແມ່ນໄດ້ຊ່ວຍປຸກລະດົມພໍ່-ແມ່ຜູ້ປົກຄອງ ແລະ ຜູ້ເບິ່ງແຍງເພື່ອຮັບປະກັນວ່າຈະບໍ່ມີເດັກນ້ອຍຖືກປະຖິ້ມໄວ້ໂດຍບໍ່ມີການປົກປ້ອງ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...