Homeຂ່າວການຢ້ຽມຢາມປະທານປະເທດຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ສປ ຈີນ

ປະທານປະເທດຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ສປ ຈີນ

Published on

ຕອນບ່າຍຂອງວັນທີ 27 ພຶດສະພາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ສຸຍເຄີລາຍທີ ຈາເຄີເອີ ຮອງປະທານສະພາຜູ້ແທນ ປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 24-28 ພຶດສະພາ 2024 ນີ້.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ສູຍເຄີລາຍທີ ຈາເຄີເອີ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງການໄປມາຫາສູ່ ແລະ ການພົບປະແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ລະຫວ່າງ ການນໍາຂັ້ນຕ່າງໆຂອງ ສອງພັກ ລາວ-ຈີນ ໄດ້ເປັນມູນເຊື້ອ, ເປັນປະເພນີ ແລະ ຖືເປັນກົນໄກການພົວພັນທີ່ດີ, ມີບົດບາດສໍາຄັນໃນການແລກປ່ຽນທັດສະນະ ແລະ ບົດຮຽນຮ່ວມກັນ ເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ, 2 ສອງອົງການນິຕິບັນຍັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ, ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງຍາດມາໄດ້ຕະຫລອດໄລຍະຜ່ານມາ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກຄອມມູນິດຈີນອັນມີ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ເປັນແກນກາງ, ຕີລາຄາສູງ ຕໍ່ການພົວພັນລາວ-ຈີນ ໃນໄລຍະຜ່ານມາ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສະແດງອອກຈາກການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງ ແລະ ຂັ້ນຕ່າງໆຈາກສູນກາງ ແລະ ທ້ອງຖິ່ນເປັນປົກະຕິ.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງສະແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄລຍະຜ່ານມາ ເຊິ່ງທັງ 2 ຝ່າຍ ໄດ້ມີການໄປມາຫາສູ່ກັນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ພ້ອມທັງຫວັງວ່າ ໃນຕໍ່ໜ້າສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດລາວ ເພື່ອສືບຕໍ່ລົງເລິກການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໄລຍະປີ 2024-2028 ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ໂດຍສະເພາະແມ່ນສອງອົງການນິຕິບັນຍັດ ໃຫ້ພ້ອມກັນຊຸກຍູ້ຕິດຕາມກວດກາຄວາມຄືບໜ້າຂອງບັນດາໂຄງການຮ່ວມມື ແລະ ການຊ່ວຍເຫລືອຕ່າງໆ ທີ່ສອງລັດຖະບານໄດ້ຕົກລົງຮ່ວມກັນແລ້ວ, ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ລົງນາມກັນໃນປີ 2023 ຜ່ານມາ ໃຫ້ເປັນຮູບປະທໍາ ແລະ ຕໍ່ເນື່ອງ ເປັນຕົ້ນ ການ ແລກປ່ຽນຄະນະຜູ້ແທນ, ການຈັດກອງປະຊຸມສໍາມະນາ, ທັດສະນະສຶກສາ, ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແລະ ອື່ນໆ, ສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ 2 ປະເທດ ໂດຍສະເພາະແມ່ນການໝູນໃຊ້ ທ່າແຮງບົ່ມຊ້ອນຂອງ ສອງຝ່າຍ ເພື່ອສ້າງເປັນໂຄງການຮ່ວມມືທີ່ເປັນຮູບປະທຳ, ນຳໃຊ້ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະໃນການຊຸກຍູ້ການແລກປ່ຽນຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການແລກປ່ຽນວັດທະນາທໍາ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນ; ຊຸກຍູ້ການເຊື່ອມໂຍງຍຸດທະສາດຂອງລາວ “ການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ເຂົ້າກັບຂໍ້ລິເລີ່ມ “ໜຶ່ແລວ ໜຶ່ງເສັ້ນທາງ” ຂອງຈີນ, ສືບຕໍ່ຊຸກຍູ້ການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນ, ສ້າງແລວເສດຖະກິດລຽບຕາມເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ທີ່ມີມາດຕະຖານສູງ, ຊຸກຍູ້ການກໍ່ສ້າງທາງດ່ວນ ແລະ ໂຄງການກໍ່ສ້າງໂຄງລ່າງພື້ນຖານອື່ນໆ ໃຫ້ມີຄວາມຄືບໜ້າຢ່າງຕັ້ງໜ້າ ເພື່ອຍົກ ລະດັບການເຊື່ອມໂຍງເຊື່ອມຈອດຂອງແລວທາງເສດຖະກິດດັ່ງກ່າວ.

ໃນປີ 2024 ນີ້ ສປປ ລາວ ເປັນປະທານອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ສະພາແຫ່ງຊາດລາວ ກໍເປັນປະທານ AIPA ແລະ ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນເດືອນຕຸລາ 2024 ໃນຕໍ່ໜ້ານີ້, ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກພັກ, ລັດຖະບານ ແລະ ສະພາຜູ້ແທນປະຊາຊົນຈີນທົ່ວປະເທດຈີນ ໃນການປະຕິບັດພັນທະສາກົນຂອງ ສປປ ລາວ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...