spot_img
Homeຂ່າວຕ່າງປະເທດຖອນແຂ້ວຊາວສ່ຽງຕາຍໄດ້! ສາວຊາວອິນໂດເນເຊຍ ຖອນແຂ້ວຊາວ ຕິດເຊື້ອແບັກທີເຣຍຈົນເສຍຊີວິດ

ຖອນແຂ້ວຊາວສ່ຽງຕາຍໄດ້! ສາວຊາວອິນໂດເນເຊຍ ຖອນແຂ້ວຊາວ ຕິດເຊື້ອແບັກທີເຣຍຈົນເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 15 ພຶດສະພາ 2024 ນີ້ກ່ຽວກັບເຫດການສະຫຼົດ ເມື່ອຍິງສາວຊື່ວ່າ ນີລາ ອາຍຸ 31 ປີ ຊາວອິນໂດເນເຊຍ ໄດ້ໄປພົບໝໍແຂ້ວຢູ່ຄີນິກແຫ່ງໜຶ່ງ ເນື່ອງຈາກຕົນມີອາການເຈັບຕັ້ງແຕ່ເດືອນທັນວາປີ 2023 ເຊິ່ງໝໍກໍໄດ້ກວດພົບວ່າແຂ້ວຊາວຂອງ ນີລາ ມີອາການອ່ຽງຈຶ່ງແນະນຳໃຫ້ຕົນເຂົ້າຮັບການຜ່າຕັດຖອນແຂ້ວຊາວອອກ.

ຫຼັງຈາກນີລາໄດ້ຖອນແຂ້ວອອກ ເຫືອກຂອງນີລາກັບມີອາການບວມຮຸນແຮງ ເຊິ່ງທາງຜົວຂອງລາວກໍໄດ້ຮີບພາໄປກວດຢູ່ໂຮງໝໍອື່ນຈຶ່ງຮູ້ວ່າ: ຄໍຂອງນີລາມີອາການຕິດເຊື້ອ ແລ້ວຈຶ່ງສົ່ງໄປຮັກສາຢູ່ໂຮງໝໍໃຫຍ່ ຕໍ່ມາອາການກໍດີຂຶ້ນຫຼັງຈາກເຂົ້າການຮັກສາ ແຕ່ບໍ່ພໍເທົ່າມື້ຫຼັງຈາກກັບບ້ານອາການເຈັບຄໍກໍຮຸນແຮງຂຶ້ນເລື້ອຍໆຈົນເຮັດໃຫ້ເວົ້າບໍ່ໄດ້​.

ພາຍຫຼັງໜຶ່ງອາທິດຫຼັງຈາກຖອນແຂ້ວ ອາການນີລາ ກໍບໍ່ດີຂຶ້ນຈົນຕ້ອງໄດ້ໄປພົບໝໍຄັ້ງທີ 3 ທາງແພດກໍໄດ້ຢືນຢັນວ່າຄໍຂອງນີລາ ຕິດເຊື້ອແບັກທີເຣຍ ຈົນຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ ຈົນໃນທີ່ສຸດກໍໄດ້ຍ້າຍໄປຍູຫ້ອງໄອຊີຍູ ແລະ ໄດ້ອອກຈາກໂຮງໝໍ ແຕ່ນີລາບໍ່ສາມາດເວົ້າໄດ້ອີກຕໍໄປ ກິນອາຫານໄດ້ແຕ່ທາງສາຍຢາງ ແລະ ບໍ່ສາມາດຍ່າງໄດ້ຈົນນ້ຳໜັກຂອງນີລາຫຼຸດລົງ 27 ກິໂລກຼາມ.

ຈົນມາຮອດວັນທີ 17 ເມສາ 2024 ຜ່ານມາ, ນີລາກໍໄດ້ເສຍຊີວິດດ້ວຍອາການປ່ວຍຕິດເຊື້ອແບັກທີເຣຍຢ່າງຮຸນແຮງ ເຊິ່ງເຫດການດັ່ງກ່າວທາງດ້ານຜົວຂອງນີລາຕັດສິນໃຈດຳເນີນການທາງກົດໝາຍກັບໝໍແຂ້ວຜູ້ຮັບຜິດຊອບການຜ່າຕັດ ໂດຍຫວັງວ່າຈະໄດ້ຮັບຄວາມຍຸດຕິທຳ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...