spot_img
Homeຂ່າວພາຍ​ໃນຫ້າມອອກໃບຕາດິນໃໝ່ ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນ

ຫ້າມອອກໃບຕາດິນໃໝ່ ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນ

Published on

ອີງຕາມແຈ້ງການຂອງກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ລົງເມື່ອວັນທີ 10 ພຶດສະພາ 2024 ເລື່ອງ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດກ່ຽວກັບການຊື້-ຂາຍ, ສິດນໍາໃຊ້ທີ່ດິນ ເປັນຕົ້ນແມ່ນການຈັດສັນທີ່ດິນແບ່ງຂາຍເປັນ ຕອນ ທີ່ມີລັກສະນະທຸລະກິດ ທີ່ຍັງບໍ່ທັນໄດ້ຮັບໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ຈາກກົມທີ່ດິນ ຫຼື ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແມ່ນບໍ່ໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ແລະ ຂັ້ນແຂວງ ດຳເນີນການອອກໃບຕາດິນໃໝ່ ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນ ຢ່າງເດັດຂາດ, ເຊິ່ງຈະເລີ່ມປະຕິບັດນັບແຕ່ວັນທີ 10 ພຶດສະພາ 2024 ເປັນຕົ້ນໄປ. ດັ່ງນັ້ນຈຶ່ງແຈ້ງມາໃຫ້ທຸກທ່ານຊາບທົ່ວເຖິງກັນ. ສາມາດອ່ານລາຍລະອຽດແຈ້ງການລຸ່ມນີ້:

อาจเป็นรูปภาพของ ข้อความ

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...