spot_img
Homeຂ່າວຕ່າງປະເທດບໍ່ມີອີກແລ້ວ! ວິວພູເຂົາໄຟຟູຈິທີ່ສວຍງາມ

ບໍ່ມີອີກແລ້ວ! ວິວພູເຂົາໄຟຟູຈິທີ່ສວຍງາມ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອບໍ່ດົນມານີ້, ທາງການຂອງແຂວງຢາມານາຊິ, ປະເທດຍີ່ປຸ່ນ ເລີ່ມສ້າງຮົ້ວກຳແພງສູງ, ບໍລິເວນໜ້າຮ້ານສະດວກຊື້ ທີ່ເປັນຈຸດທີ່ນັກທ່ອງທ່ຽວຫຼາຍຄົນຕ້ອງມາຖ່າຍພາບຄູ່ກັບພູເຂົາໄຟຟູຈິ, ເນື່ອງຈາກແກ້ໄຂບັນຫານັກທ່ອງທ່ຽວບໍ່ປະຕິບັດຕາມກົດລະບຽບທີ່ວາງໄວ້.

ญี่ปุ่นเตรียมกั้นรั้วบังจุดถ่ายภาพภูเขาไฟฟูจิยอดนิยม

Tourists blocked from taking photos of Mt. Fuji in Japan

ເຈົ້າໜ້າທີ່ເມືອງຟູຈິຄາວະກຸຈິໂກະໄດ້ກ່າວວ່າ: ການກໍ່ສ້າງຮົ້ວມີຄວາມສູງ 2,5 ແມັດ, ຍາວ 20 ແມັດ, ເປັນເລື່ອງທີ່ໜ້າເສຍດາຍທີ່ຕ້ອງເຮັດມາດຕະການນີ້ຂຶ້ນມາ, ເນື່ອງຈາກມີນັກທ່ອງທ່ຽວບາງຄົນບໍ່ປະຕິບັດຕາມກົດລະບຽບທີ່ວາງໄວ້ເຊັ່ນ: ຖິ້ມຂີ້ເຫຍື້ອຊະຊາຍ, ບໍ່ປະຕິບັດຕາມກົດຈະລາຈອນ, ນຳລົດໄປຈອດຕັນໜ້າຄີນິກທີ່ຢູ່ໃກ້ບໍລິເວນນັ້ນ ແລະ ຍັງປືນຂຶ້ນໄປເທິງຫຼັງຄາຕຶກອາຄານເພື່ອຖ່າຍຮູບພູເຂົາໄຟຟູຈິອີກດ້ວຍ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ປະຕິບັດມາດຕະການດັ່ງກ່າວຂຶ້ນມາ.

ຂ່າວ: nbcnews

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...