spot_img
Homeຂ່າວທ້ອງຖິ່ນພິທີມອບ-ຮັບ ພາຫະນະ (ລົດຈັກ) ໃຫ້ 3 ເມືອງເປົ້າໝາຍຂອງແຂວງໄຊຍະບູລີ

ພິທີມອບ-ຮັບ ພາຫະນະ (ລົດຈັກ) ໃຫ້ 3 ເມືອງເປົ້າໝາຍຂອງແຂວງໄຊຍະບູລີ

Published on

ໃນຕອນບ່າຍວັນທີ 30 ເມສາ 2024 ຜ່ານມາ, ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບ ພາຫະນະ (ລົດຈັກ) Honda Wave 110 i ໃຫ້ 3 ເມືອງເປົ້າໝາຍຄື: ເມືອງໄຊສະຖານ, ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ ເພື່ອນໍາໃຊ້ເຂົ້າໃນວຽກງານໂຄງການ GFLL (ໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ພາກເໜືອ) ໃຫ້ກຽດກ່າວມອບໂດຍທ່ານ ນາງ ເພັດສົມພອນ ວົງຫາຈັກ ຫົວໜ້າພະແນກບໍລິຫານ ກົມປ່າໄມ້ ແລະ ກ່າວຮັບໂດຍທ່ານ ຄໍາເກິງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ມີຕາງໜ້າ 3 ເມືອງ ແລະ ພະນັກງານຂະແໜງປ່າໄມ້ເຂົ້າຮ່ວມ.

ໃນພິທີມອບ-ຮັບພາຫະນະ (ລົດຈັກ) Honda Wave 110 i ໃຫ້ 3 ເມືອງເປົ້າໝາຍພາຍໃນແຂວງໄຊຍະບູລີ ຄື: ເມືອງໄຊສະຖານ, ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນຈໍານວນ 12 ຄັນ, ເມືອງລະ 4 ຄັນ ລວມມູນຄ່າ 524,800.000 ກວ່າກີບ ໃຫ້ກຽດກ່າວມອບໂດຍທ່ານ ນາງ ເພັດສົມພອນ ວົງຫາຈັກ ຫົວໜ້າພະແນກບໍລິຫານ ກົມປ່າໄມ້ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ຄໍາເກິງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໂດຍຊ່ອງໜ້າບັນດາທ່ານທີ່ເຂົ້າຮ່ວມ. ຈາກນັ້ນ ທ່ານ ຄໍາເກິງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ກໍ່ໃຫ້ກຽດມອບພາຫະນະ(ລົດຈັກ)ໃຫ້ບັນດາ 3 ເມືອງ ເປົ້າໝາຍ ເພື່ອຄຸ້ມຄອງນໍາໃຊ້ເຂົ້າໃນວຽກງານ.

ແຫຼ່ງຂ່າວ: News.XBL

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...