Homeຂ່າວພາຍ​ໃນໜີບໍ່ລອດ! ເຈົ້າໜ້າທີ່ກັກຕົວຊາຍກໍ່ເຫດລັກຊັບຫຼາຍຄະດີ

ໜີບໍ່ລອດ! ເຈົ້າໜ້າທີ່ກັກຕົວຊາຍກໍ່ເຫດລັກຊັບຫຼາຍຄະດີ

Published on

ກອງບັນຊາການ ປກສ ເມືອງຄູນຄໍາ, ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ ໃນວັນທີ 14 ພະຈິກ 2023 ໄດ້ຮັບແຈ້ງຄວາມຈາກ ນາງ ດົນຕາ ພະນັກງານຂາຍໂທສະສັບ ຕັ້ງຢູ່ບ້ານຄູນຄໍາ, ເມືອງຄູນຄໍາ, ແຂວງຄໍາມ່ວນ ໄດ້ມີຄົນຮ້າຍເຂົ້າໄປລັກເອົາຊັບສິນຢູ່ພາຍໃນຮ້ານ, ເຊິ່ງມີໂທລະສັບ 70 ໜ່ວຍ, ຄອມພີວເຕີໂນດບຸກ ແລະ ວັດຖຸມີຄ່າຈໍານວນໜຶ່ງ, ລວມມູນຄ່າເສຍຫາຍເປັນເງິນທັງໝົດ 154.950.000 ກີບ; ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດ ແລະ ເກັບກໍາຂໍ້ມູນເບື້ອງຕົ້ນ ເຫັນວ່າມີມູນຄວາມຈິງແທ້ ພ້ອມລົງເຄື່ອນໄຫວຕິດຕາມເປົ້າໝາຍສົງໄສ ຕົກມາຮອດວັນທີ 2 ກຸມພາທີ່ຜ່ານມາ, ຈຶ່ງສາມາດກັກຕົວເປົ້າໝາຍ ຊື່ ທ້າວ ແຕກຊິໂລ່ (ໂລ່) ອາຍຸ 28 ປີ, ອາຊີບ ກຳມະກອນ ຢູ່ບ້ານພູຊາດ, ເມືອງຄູນຄໍາ, ແຂວງຄໍາມ່ວນ.

ຜ່ານການສືບສວນ-ສອບສວນຂອງ ຜູ້ກ່ຽວຮັບສາລະພາບວ່າ: ໃນເວລາ 24 ໂມງ 00 ນາທີ ຂອງວັນ 13 ພະຈິກ 2023 ຕົນໄດ້ກໍ່ເຫດລັກຊັບຢູ່ຮ້ານດັ່ງກ່າວແທ້, ໂດຍແມ່ນຕົນໄດ້ໄປຄົນດຽວ,ເຫັນວ່າບໍ່ມີຄົນຜ່ານໄປມາເຂດນັ້ນ ຈຶ່ງໄດ້ປີນເຂົ້າທາງໜ້າຮ້ານ ຂຶ້ນເທິງເພດານ ເພື່ອຖອດສາຍກ້ອງວົງຈອນປິດໃຫ້ໝົດ, ແລ້ວງັດເພດານລົງເຂົ້າໃນຮ້ານ, ພໍເຂົ້າໄປໄດ້ ຈຶ່ງຊອກເອົາກຸນແຈຕູ້ໄປໄຂເອົາໂທລະສັບ ຈໍານວນ 70 ໜ່ວຍ, ເປັນສະມາດໂພນ 60 ໜ່ວຍ, ຄອມພີວເຕີໂນດບຸກ 1 ເຄື່ອງ, ບັດ ແລະ ເບີໂທລະສັບ ອີກຈຳນວນໜຶ່ງ ແລ້ວຫຼົບໜີອອກຫຼັງຮ້ານ ແລ້ວເອົາໄປເຊື່ອງໄວ້ຢູ່ເຮືອນຂອງຕົນ, ເຄື່ອງທີ່ລັກມາ ໄດ້ເອົາໄປຂາຍໃຫ້ກັບໝູ່ຄົນຮູ້ຈັກຢູ່ຕ່າງເມືອງ, ຕ່າງແຂວງ ແລະ ຄົນຮູ້ຈັກຢູ່ເຂດເມືອງຄູນຄໍາ. ຜູ້ກ່ຽວຍັງໄດ້ຮັບສາລະພາບຕື່ມອີກວ່າ: ຜ່ານມາໄດ້ເຄີຍຕ້ອງໂທດ, ພາຍຫຼັງພົ້ນໂທດ ໃນທ້າຍປີ 2022 ໄດ້ມາຢູ່ນໍາຄອບຄົວ ທີ່ບ້ານພູຊາດ, ເມືອງຄູນຄໍາ, ແຂວງຄໍາມ່ວນ ແລະ ໄດ້ເຄື່ອນໄຫວກໍ່ເຫດລັກຊັບຂອງປະຊາຊົນ ຢູ່ເຂດເມືອງຄູນຄຳ ຈໍານວນຫຼາຍຄັ້ງ.

อาจเป็นรูปภาพของ 2 คน, ผู้คนกำลังอ่านหนังสือ, ของเล่นเด็ก และ ข้อความ

  • ວັນທີ 28 ມີຖຸນາ 2023 ເວລາ 24 : 00 ນາທີ ໄດ້ກໍ່ເຫດປີນກໍາແພງເຂົ້າໄປລັກຊັບຢູ່ເຮືອນປະຊາຊົນ ບ້ານມ່ວງນໍ້າສາງ, ເມືອງຄູນຄໍາ ແລ້ວລັກເອົານໍ້າມັນ ກາຊວນ 2 ຕຸກ ຕຸກລະ 20 ລິດ, ໝໍ້ໄຟໃຫຍ່ໃສ່ໂຊລ່າເຊວ 2 ໜ່ວຍ.
  • ວັນ 14 ຕຸລາ 2023 ເວລາ ປະມານ 23 : 00 ນາທີ ໄປລັກລົດຈັກຮອນດາເວບ 100 ສີຟ້າດຳ ບໍ່ຕິດແຜ່ນປ້າຍທະບຽນ ແລະ ເຂົ້າເປືອກຈຳນວນ 2 ເປົາ ຢູ່ເຮືອນປະຊາຊົນບ້ານພູຊາດ, ເມືອງຄູນຄໍາ.
  • ວັນທີ 15 ມັງກອນ 2024 ໄປລັກນໍ້າມັນກາຊວນ 3 ຕຸກ ຕຸກລະ 20 ລິດ, ຕູ້ຈອດເຫຼັກ 1 ໜ່ວຍ ແລະ ຈັກຕັດຫຍ້າ 1 ເຄື່ອງ ຢູ່ເຮືອນປະຊາຊົນບ້ານຄູນແກ້ວ, ເມືອງຄູນຄໍາ ເຊິ່ງການລັກຊັບແຕ່ລະຄັ້ງແມ່ນໄດ້ໃສ່ໝວກວອມເພື່ອປິດປັງໃບໜ້າ, ພາຍຫຼັງລັກມາໄດ້ແຕ່ລະຄັ້ງ ໄດ້ໄປຂາຍໃຫ້ກັບໝູ່ຄົນຮູ້ຈັກຢູ່ຕ່າງເມືອງ, ຕ່າງແຂວງ ແລະ ຄົນຮູ້ຈັກຢູ່ເຂດເມືອງຄູນຄໍາ ແລ້ວນຳເງິນມາຊື້ຢາບ້າເສບ ແລະ ຫຼິ້ນກິນຟຸມເຟືອຍຈົນໝົດ, ແລ້ວກໄປຊອກຫາລັກຊັບອີກ ແຕ່ໜີບໍ່ລອດ ໄດ້ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.

ປະຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຄູນຄຳ, ແຂວງຄຳມ່ວນ ສາມາດເກັບກູ້ເຄື່ອງທີ່ຜູ້ກ່ຽວລັກໄປກັບຄືນມາໄດ້ ລວມມີ ໂທລະສັບມືຖື 63 ໜ່ວຍ (ເປັນສະມາດໂພນ 53 ໜ່ວຍ), ຄອມພີວເຕີໂນດບຸກ 1 ເຄື່ອງ, ເບີໂທລະສັບ 49 ເບີ, ລົດຈັກຮອນດ້າເວບຮ້ອຍ 1 ຄັນ, ຕູ້ຈອດ 1 ເຄື່ອງ, ຈັກຕັດຫຍ້າ 1 ເຄື່ອງ, ນໍ້າມັນ 2 ຕຸກ, ຕໍ່ເກັບເຄື່ອງຂອງກາງທີ່ເກັບກູ້ມານັ້ນແມ່ນໄດ້ມອບຄືນໃຫ້ກັບເຈົ້າຂອງເດີມ. ຕໍ່ກັບຄະດີ ທ້າວ ແຕກຊິໂລ່, ທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ສະຫຼຸບສໍານວນຄະດີ ສົ່ງໃຫ້ ກອງບັນຊາການ ປກສ ແຂວງຄໍາມ່ວນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ພາບ-ຂ່າວ : ນີວອນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...