Homeຂ່າວພາຍ​ໃນຈະສຳເລັດກ່ອນຝົນ! ສ້ອມແປງເສັ້ນທາງ 13 ໃຕ້

ຈະສຳເລັດກ່ອນຝົນ! ສ້ອມແປງເສັ້ນທາງ 13 ໃຕ້

Published on

ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການເຜີຍໃຫ້ຮູ້ວ່າ: ການປັບປຸງ ແລະ ສ້ອມແປງທາງ 13 ໃຕ້, ໂດຍສະເພາະໂຄງ ການປັບປຸງ ແລະ ສ້ອມແປງທາງສັນຍາທີ 3 ຊ່ວງ ແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ກິໂລແມັດທີ 190 ຫາ ກີໂລແມັດທີ 268 ຄວາມຍາວ 78 ກີໂລແມັດ ທີ່ນໍາໃຊ້ເງິນກູ້ຈາກທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ແລະ ກອງທຶນ ( RF ) ຮັບເໝົາໂດຍ ບໍລິສັດ China International Water and Electric Corp ປັດຈຸບັນມີຄວາມຄືບໜ້າແລ້ວ 92% ຄາດວ່າຈະສໍາເລັດທັນກ່ອນລະດູຝົນ. ຂະນະທີ່ກໍານົດເວລາຂອງການປັບປຸງ ແລະ ສ້ອມແປງແມ່ນໃຫ້ສໍາເລັດໃນເດືອນກັນຍາ 2024.

No photo description available.

ທ່ານ ຍັງໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແມ່ນນໍາໃຊ້ ຮູບແບບສັນຍາແບບມອບເໝົາ, ປັບປຸງ 3 ປີ ບູລະນະຮັກສາ 7 ປີ ລວມໄລຍະສັນຍາ 10 ປີ. ໝາຍຄວາມວ່າ ພາຍຫຼັງສໍາເລັດການປັບປຸງ-ສ້ອມແປງໄລຍະ 3 ປີແລ້ວ ທາງບໍລິສັດຜູ້ຮັບເໝົາກໍຍັງຕ້ອງໄດ້ມີຄວາມຮັບຜິດ ຊອບໃນການເບິ່ງແຍງຮັກສາເປັນເວລາ 7 ປີຕື່ມອີກ, ເຊິ່ງໃນຕະຫຼອດໄລຍະດັ່ງກ່າວ ຫາກເກີດການເປ່ເພເສຍຫາຍກໍຍັງຢູ່ໃນຄວາມຮັບຜິດຊອບຂອງບໍລິສັດຈົນໝົດກໍານົດບູລະນະຮັກສາໄລຍະ 7 ປີຈຶ່ງຖືວ່າສິ້ນສຸດຄວາມຮັບຜິດຊອບ.

May be an image of road and bridge

ເພື່ອໃຫ້ການປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວສໍາເລັດໄວ​ ທາງເຈົ້າຂອງໂຄງການແມ່ນໄດ້ເນັ້ນ ແລະ ຂຸ້ນ ຂ້ຽວໃຫ້ມີການເລັ່ງມືຢ່າງເຕັມທີ່ ເພື່ອເຮັດແນວໃດໃຫ້ລະດູຝົນທີ່ຈະມາເຖິງນີ້ຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ຮັບຄວາມສະດວກໃນການໄປ -ມາແບບບໍ່ມີຄວາມຫຍຸ້ງຍາກກີດຂວາງ.

May be an image of 5 people and road

ນອກນີ້, ທ່ານຍັງຝາກຮຽກຮ້ອງພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງມີຄວາມເປັນເຈົ້າການນໍາກັນໃນການເບິ່ງແຍງຮັກສາຕະຫຼອດຮອດຜູ້ໃຊ້ລົດໃຊ້ຖະ ໜົນທົ່ວໄປ; ໃຫ້ເຂົ້າໃຈວ່າເສັ້ນ ທາງແມ່ນມີຄວາມສໍາຄັນຕໍ່ທຸກຄົນ ແລະ ທຸກຄົນຄວນມີສ່ວນ ຮ່ວມໃນການເບິ່ງແຍງຮັກສາ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...