Homeຂ່າວຄວາມສະຫງົບປກສ ເມືອງລອງ ທຳລາຍສວນຝິ່ນ 5 ເຮັກຕາກວ່າ

ປກສ ເມືອງລອງ ທຳລາຍສວນຝິ່ນ 5 ເຮັກຕາກວ່າ

Published on

ລະຫວ່າງຕົ້ນເດືອນ ກຸມພາ ຫາເດືອນ ມີນາ 2024 ຄະນະກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສອງກຳລັງ ປກຊ-ປກສ, 4 ບໍລິສັດປູກພືດແທນການປູກຝິ່ນ ປະຈຳເມືອງລອງຄື: ບໍລິສັດລຸຍຟົງ, ບໍລິສັດເຕີຊານ, ບໍລິສັດຫົງຢວນ ແລະ ບໍລິສັດຕີຢວນ ພ້ອມອຳນາດການປົກຄອງບ້ານ ລົງທຳລາຍສວນຝິ່ນທີ່ປະຊາຊົນລັກປູກຢູ່ຂອບເຂດ 2 ກຸ່ມບ້ານ ໂດຍການນຳພາຂອງ ພັທ ນິດສະວົງ ຄຸນພະຈັນສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ.

ການລົງທຳລາຍສວນຝິ່ນໃນຄັ້ງນີ້, ໄດ້ລົງຢູ່ສອງກຸ່ມບ້ານຄື ກຸ່ມຈົງກາ ແລະ ກຸ່ມສີວິໄລ ມີບ້ານຫ້ວຍຫຼວງ, ບ້ານ້ຳໂບ ແລະ ບ້ານພີນຫໍ້ ສາມາດກວດພົບສວນຝິ່ນຢູ່ 4 ຈຸດ, ມີ 16 ຕອນ ໃນເນື້ອທີ່ທັງໝົດ 52.277 ຕາແມັດ, ເທົ່າກັບ 5 ເຮັກຕາກວ່າ.

ນອກນັ້ນ, ເຈົ້າໜ້າທີ່ຍັງໄດ້ນຳຕົວຜູ້ລັກລອບປູກຝິ່ນໄດ້ 3 ຄົນ ມາສຶກສາອົບຮົມ, ກ່າວເຕື່ອນ ພ້ອມທັງອະທິບາຍຄືນດ້ານລະບຽບກົດໝາຍ ໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງຜົນຮ້າຍທີ່ຈະຕາມມາ ເຊິ່ງໄລຍະຜ່ານມາ ພັກ-ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ຍົກສູງຕໍ່ການລົບລ້າງການປູກຝິ່ນມາຕະຫຼອດຢູ່ບັັນດາຂອບເຂດໃນທົ່ວປະເທດ ໂດຍຫັນຈາກການປູກຝິ່ນມາເປັນການປູກພືດທຳການຜະລິດທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ຂ່າວ: ປກສ ເມືອງລອງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...