Homeຂ່າວຄາດຕະກຳອ້າຍບີບຄໍນ້ອງ ເສຍຊີວິດຄາທີ່ ເນື່ອງຈາກນ້ອງລົມຊາຍແປກໜ້າ

ອ້າຍບີບຄໍນ້ອງ ເສຍຊີວິດຄາທີ່ ເນື່ອງຈາກນ້ອງລົມຊາຍແປກໜ້າ

Published on

ສຳນັກຂ່າວ ເອເອັບພີ ລາຍງານໃນວັນທີ 2 ເມສາ 2024 ກ່ຽວກັບຄວາມຄືບໜ້າຄະດີ ຄາຕະກຳເພື່ອຮັກສາກຽດ ສຸດສະເທືອນໃຈໃນປາກີສະຖານ ຫຼັງຈາກຊາຍຄົນໜຶ່ງລົງມືບີບຄໍນ້ອງສາວຈົນຂາດອາກາດ ແລະ ເສຍຊີວິດ ເພາະຈັບໄດ້ວ່າລັກລົມກັບຊາຍໜຸ່ມແປກໜ້າຫຼາຍຄັ້ງ ແລະ ເບິ່ງວ່າເປັນພຶດຕິກຳທີ່ເຮັດໃຫ້ຄອບຄົວເສື່ອມເສຍຊື່ສຽງ.

ຕາມການລາຍງານຜູ້ເສຍຊີວິດຊື່ວ່່າ: ນາງ ມາເລຍ ບີບີ ອາຍຸ 22 ປີ ຖືກ ທ້າວ ມູຮາມັດ ໄຟຊານ ຜູ້ເປັນອ້າຍແທ້ໆ ລົງມືຄາຕະກຳໃນຄືນວັນທີ 17 ມີນາ 2024 ຜ່ານມາ ຫຼັງຈັບໄດ້ວ່ານ້ອງສາວລົມກັບຊາຍແປກໜ້າຫຼາຍຄັ້ງ.

ທາງດ້ານຕຳຫຼວດໄດ້ເປີດເຜີຍວ່າ: ໃນລະຫວ່າງການລົງມືຄາຕະກຳ ທ້າວ ອັບດຸນ ຊັດຕາ ຜູ້ເປັນພໍ່ກໍຢູ່ໃນເຫດການທີ່ເກີດຂຶ້ນພາຍໃນບ້ານໃກ້ເມືອງໂຕບາ ເຕັກຊິງ ແຄວ້ນປັນຈາບ ສ່ວນຄົນທີ່ບັກທຶກຄຣິບວີດີໂອ ຄື ທ້າວ ຊີບຣາດ ເປັນອ້າຍອີກຄົນຂອງຜູ້ເສຍຊີວິດ.

ທັງນີ້ ສັງຄົມປາກີສະຖານສ່ວນຫຼາຍຍັງປະຕິບັດຕາມຫຼັກການຮັກສາກຽດຢ່າງເຄັ່ງຄັດ ຜູ້ຍິງຕ້ອງໄດ້ເພຶ່ງພາການຕັດສິນໃຈຂອງພີ່ນ້ອງທີ່ເປັນຜູ້ຊາຍບທັງເລື່ອງການສຶກສາ, ການເຮັດວຽກ, ລວມທັງຊາຍທີ່ຈະແຕ່ງງານດ້ວຍ ສົ່ງຜົນໃຫ້ແຕ່ລະປີມີຜູ້ຍິງປາກີສະຖານຫຼາຍຮ້ອຍຄົນຖືກຄາຕະກຳເນື່ອງຈາກເຮັດຜິດຫຼັກການເຄົາລົບກຽດ, ທາງດ້ານຄະນະກຳມະການສິດທິມະນຸດແຫ່ງປາກີສະຖານລະບຸວ່າເມື່ອປີ 2022 ເກີດຄະດີທີ່ຜູ້ຍິງຖືກຄາຕະກຳດ້ວຍເຫດຜົນເພື່ອຮັກສາກຽດຈຳນວນ 316 ຄົນແຕ່ຄາດວ່າຕົວເລກແທ້ໜ້າຈະສູງກວ່ານີ້ເພາະຫຼາຍກໍລະນີບໍ່ໄດ້ແຈ້ງຕຳຫຼວດເນື່ອງຈາກຄອບຄົວຕ້ອງການປົກປ້ອງຄົນລົງມືເຊິ່ງມັກເປັນພີ່ນ້ອງຜູ້ຊາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...