spot_img
Homeຂ່າວພາຍ​ໃນຄໍາມ່ວນ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ

ຄໍາມ່ວນ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ

Published on

ພິທີເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃນງານບຸນນະມັດສະການພະທາດສີໂຄດຕະບອງປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 21 ກຸມພາທີ່ຜ່ານມາ ທີ່ບໍລິເວນເດີ່ນພະທາດສີໂຄດຕະບອງ, ເມືອງທ່າແຂກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຈັດງານບຸນພະທາດສີໂຄດຕະບອງປະຈໍາປີ 2024, ມີການນໍາຂັ້ນແຂວງ, ຕາງ ໜ້າຜູ້ປະກອບການ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.

May be an image of 14 people, dais and text

ທ່ານ ແກ້ວອຸດອນ ບຸດສິງຂອນ ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນແຂວງໃຫ້ປະກົດຜົນເປັນຈິງ. ໂດຍສະເພາະຊຸກຍູ້ສົ່ງເສີມໃຫ້ກຸ່ມຜູ້ຜະລິດຕ່າງໆພາຍໃນແຂວງໃຫ້ເລັ່ງທຳການຜະລິດສິນຄ້າ ແລະ ພັດທະນາສິນຄ້າໃຫ້ຫຼາກຫຼາຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ ແລະ ປຸກລະດົມປະຊາຊົນໃຫ້ມີສະຕິຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ.

May be an image of 13 people and text

ສິນຄ້າທີ່ນໍາມາວາງສະແດງຄັ້ງນີ້ ມີສິນຄ້າໂອດັອບ ແລະ ສິນຄ້າທ່າແຮງຂອງ 10 ຕົວເມືອງມີ 175 ລາຍການມູນຄ່າລວມທັງໝົດ 351.357.000 ກີບ ຊຶ່ງມີພາກລັດ, ຫົວໜ່ວຍທຸລະກິດ, ຜູ້ປະກອບການໃນທົ່ວແຂວງທີ່ເຂົ້າຮ່ວມໃນງານມີຈໍານວນ 265 ຫົວໜ່ວຍ, ຄາດວ່າຈະມີເງິນສະພັດບໍ່ຕໍ່າກວ່າ 10 ຕື້ກວ່າກີບ.
ໃນພິທີທ່ານເຈົ້າແຂວງຄໍາມ່ວນ ພ້ອມການນຳແຂວງໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃຫ້ແກ່ການເປີດງານຄັ້ງນີ້. ຈາກນັ້ນ, ຄະນະນໍາ ແລະ ແຂກທີ່ເຂົ້າຮ່ວມງານໄດ້ຢ້ຽມຊົມງານຕະຫຼາດນັດຕື່ມອີກ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...