spot_img
Homeຂ່າວຕ່າງປະເທດຊາຍໜຸ່ມຈີນພົບເງິນເກືອບ 2 ພັນຕື້ກີບຢູ່ເທິງເພດານໃນບ້ານມື 2 ທີ່ຕົນຊື້ມາ

ຊາຍໜຸ່ມຈີນພົບເງິນເກືອບ 2 ພັນຕື້ກີບຢູ່ເທິງເພດານໃນບ້ານມື 2 ທີ່ຕົນຊື້ມາ

Published on

ເວັບໄຊ້ຂ່າວຕ່າງປະເທດລາຍງານໃນວັນທີ 22 ກຸມພາ 2024 ກ່ຽວກັບເລື່ອງລາວຂອງໜຸ່ມຈີນສຸດໂຊກດີ ຊື້ບ້ານເກົ່າ 3 ປີ ດອກໄຟເລີ່ມດັບໆຕິດໆ ຈຶ່ງຂຶ້ນໄປປ່ຽນດອກໄຟ ແຕ່ຕ້ອງຕົກໃຈເມື່ອພົບເງິນສົດຈຳນວນຫຼາຍຢູ່ເທິງເພດານ.

ທ້າວ ຈາງ ເປັນພະນັກງານຂົຍສົ່ງອາຫານໃນແຂວງເຫີນາມ ເຊິ່ງຕົນໄດ້ໃຊ້ເງິນທີ່ຫາມາໄດ້ດ້ວຍຄວາມລຳບາກ 560,000 ຢວນ ຫຼື ປະມານ ເກືອບ 2 ຕື້ກີບ ເພື່ອຊື້ບ້ານທີ່ຖືກຍຶກຈາກອະສັງຫາລິມມະສັບເມື່ອ 3 ປີກ່ອນ ຕາມການລາຍງານ ທ້າວຈາງບໍ່ມີເງິນຫຼາຍພໍໃນການຕົບແຕ່ງບ້ານຫຼັງຈາກຊື້ບ້ານໃໝ່ຜ່ານມາ 2-3 ມື້ ເຂົາຮູ້ສຶກວ່າໄຟໃນຫ້ອງນັ່ງຫຼິ້ນປິດເປີດຢູ່ຕະຫຼອດເວລາຈຶ່ງຄິດວ່າຄວນຊື້ດອກໄຟມາປ່ຽນໃໝ່.

ໃນມື້ຕໍ່ມາທ້າວ ຈາງ ຈື່ງຂຶ້ນປ່ຽນດອກໄຟໃນຫ້ອງນັ່ງຫຼິ້ນ ເມື່ອປິນຂັນໄດຂຶ້ນເພື່ອຈະປ່ຽນດອກໃໝ່ໃສ່ກໍພົບວ່າມີຫຍັງບາງຢ່່າງຢູ່ເທິງເພດານຈາກນັ້ນລາວກໍໄດ້ເປີດເພດານຢ່າງລະມັດລະວັງ ແຕ່ກໍຕ້ອງຕົກໃຈ ແລະ ບໍ່ເຊື່ອສາຍຕາວ່າພາບຢູ່ທາງໜ້າຈະເປັນຄຄວາມຈິງ ລາວໄດ້ພົບເງິນຈຳນວນ 62 ລ້ານຢວນ ຫຼື ປະມານເກືອບ 2 ພັນຕື້ກີບ.

ຫຼັງຈາກໃຊ້ເວລາຫຼາຍມື້ເຂົາໄດ້ຕັດສິນໃຈໂທຫາຕຳຫຼວດ ແລະ ໃຫ້ລາຍລະອຽດກ່ຽວກັບການຄົ້ນພົບເງິນຈຳນວນເຫຼົ່ານີ້ພາຍໃນຫ້ອງນັ່ງຫຼິ້ນ ລັງຈາກນັ້ນທາງບໍລິດສັດທີ່ ທ້າວ ຈາງ ເຮັດວຽກຢູ່ ຈື່ງຕອບແທນຄວາມດີຂອງລາວດ້ວຍການມອບເງິນໃຫ້ຈຳນວນ 20,000 ຢວນ ຫຼື ປະມານເກືອບ 60 ລ້ານກີບ.

ສຳລັບກົດໝາຍໃນຈີນຕາມມາດຕາ 124 ໄດ້ລະບຸວ່າ: ຊັບສິນທີ່ໄດ້ຮັບເນື່ອງຈາກການຈັດການທີ່ບໍ່ສົມເຫດສົມຜົນ ເງິນນັ້ນຈະຕ້ອງຄືນໃຫ້ເຈົ້າຂອງຕາມກົດໝາຍ ຫາກຄົນກ່ອນໄດ້ຮັບເງິນມາແບບຜິດກົດໝາຍເງິນເຫຼ່ານີ້ຈະຖືກສົ່ງຄືນສົ່ງລັດຖະບານ ທັງນີ້ຫາກ ທ້າວ ຈາງ ຮູ້ ແລະ ບໍ່ລາຍງານວ່າພົບເຫັນເງິນເຂົາອາດຈະຕ້ອງຮັບຜິດທາງອາຍາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...