spot_img
Homeຂ່າວພາຍ​ໃນລາວ-ໄທ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ລາວ-ໄທ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

Published on

ໃນວັນທີ 14 ກຸມພາ ທີ່ຜ່ານມາ, ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງ ພັອ ທະວີ ສອດສ່ອງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

May be an image of 9 people and dais

ໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້. ພ້ອມດຽວກັນນີ້, ທັງສອງຝ່າຍກໍໄດ້ລາຍງານການແກ້ໄຂບັນຫາຢາເສບຕິດຢູ່ປະເທດຂອງຕົນໃຫ້ກັນແລະ ກັນຊາບ, ພ້ອມທັງແລກປ່ຽນບົດຮຽນ ແລະ ປຶກສາຫາລືກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລຽບຕາມຊາຍແດນ, ເຊິ່ງໃນໄລຍະຜ່ານມາ, ລາວ-ໄທ ກໍໄດ້ມີການຮ່ວມມືຊ່ວຍເຫຼືອກັນໃນການສະກັດກັ້ນບັນຫາດັ່ງກ່າວ.

May be an image of 9 people and dais

ສຳລັບ ສປປ ລາວ ກໍໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດຜ່ານການຈັດຕັ້ງປະຕິບັດແມ່ນສາມາດແກ້ໄຂໄດ້ຈຳນວນຫຼາຍ, ເພື່ອເປັນການສະກັດກັ້ນການຄ້າຂາຍຕາມຊາຍແດນລາວ-ໄທ ຕ້ອງໄດ້ເພີ່ມທະວີການຮ່ວມມືຊ່ວຍ ເຫຼືອເຊິ່ງກັນແລະກັນ ເປັນຕົ້ນການຝຶກອົບຮົມວຽກງານວິຊາສະເພາະ, ການຕິດ ຕາມເປົ້າໝາຍທີ່ເອົາຕົວຫຼົບໜີຂ້າມປະເທດ ແລະ ບັນຫາອື່ນໆ ກ່ຽວກັບການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ສອງປະເທດລາວ-ໄທມີຄວາມສະ ຫງົບ ແລະ ເປັນຊາຍແດນແຫ່ງມິດຕະພາບປະຊາຊົນທັງສອງປະເທດ ສາມາດໄປມາຫາສູ່ກັນຢ່າງມີຄວາມສະຫງົບປອດໄພຖານ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...