ພົບລູກປາຂ່ານ້ອຍໂຕທຳອິດຂອງ 2024

0
435

ກະຊວງກະສິກຳ-ປ່າໄມ້ ແລະ ປະມົງຂອງປະເທດກຳປູເຈຍລາຍງານໃນວັນທີ 11 ກຸມພາ 2023 ຜ່ານມານີ້ວ່າ: ມີການພົບເຫັນປາຂ່າ ຫຼື ໂລມານ້ຳຈືດ ເກີດໃໝ່ໃນແມ່ນ້ຳຂອງ ເຊິ່ງເປັນລູກປ່າຂ່າໂຕທຳອິດທີ່ເກີດໃນປີ 2024.

ຕາມການລາຍງານຜູ້ທີ່ພົບເຫັນລູກປາຂ່າໂຕນີ້ແມ່ນທີມງານເຈົ້າໜ້າທີ່ຄຸ້ມຄອງແມ່ນ້ຳ ແລະ ທີມວິໄຈ ຂອງສຳນັກງານປະມົງ ແລະ ກອງທຶນໂລກເພື່ອທຳມະຊາດ (WWF) ໂດຍພົບເຫັນຢູ່ບໍລິເວນແຫຼ່ງນ້ຳ ເຂດເຈດເບີເຣຍ ໃນແຂວງກະແຈະ ທາງຕາເວັນອອກສ່ຽງເໜືອຂອງປະເທດ.

ທາງພາກສ່ວນຮັບຜິດຊອບໄດ້ລະບຸວ່າ: ມີການພົບເຫັນລູກປາຂ່າໂຕນີ້ລອຍນ້ຳຢູ່ຂ້າງໆຝູງປາຂ່າອີກ 6 ໂຕ ເປັນປາຂ່າແລກເກີດໃນປີ 2024 ເຊິ່ງເຈົ້າໜ້າທີ່ຄາດວ່າລູກປາຂ່າໂຕດັ່ງກ່າວມີອາຍຸປະມານ 2-3 ມື້, ສຳລັບປາຂ່າ ຫຼື ໂລມານ້ຳຈືດຈັດຢູ່ສັດຈຳພວກໃກ້ສູນພັນ ໃນບັນຊີແດງ ທັງນີ້ມີການຄາດການວ່າ: ປະຊາກອນປາຂ່າມີຈຳນວນປະມານ 90 ໂຕທີ່ອາໄສຕາມລຳນ້ຳຫຼັກແມ່ນ້ຳຂອງໃນໄລຍະ 180 ກິໂລແມັກ ລະຫວ່າງແຂວງຕຶງເຕງ ແລະ ແຂວງກະແຈະ.

ຖືວ່າເປັນຂ່າວດີ, ເນື່ອງຈາກປາຂ່າເປັນສັດນໍ້າທີ່ລໍ້າຄ່າ ແລະ ນັບມື້ນັບໃກ້ສູນພັນ, ເຊິ່ງປີກ່ອນໆກໍມີຂ່າວເສົ້າເນື່ອງຈາກພົບເຫັນປາຂ່າຕາຍ ລວມທັງໝົດ 3 ໂຕ ໃນໄລຍະປີ 2021-2022 ຢູ່ຝັ່ງກໍາປູເຈຍ ແຕ່ຄາດວ່າຕາຍ ແລະ ໄຫຼຈາກຝັ່ງຂອງ ສປປ ລາວ.