spot_img
Homeຂ່າວທ້ອງຖິ່ນອອກມາຊີ້ແຈງກໍລະນີມີປາຕາຍຈຳນວນຫຼາຍໂດຍບໍ່ຮູ້ສາເຫດ ທີ່ເມືອງຊະນະຄາມ

ອອກມາຊີ້ແຈງກໍລະນີມີປາຕາຍຈຳນວນຫຼາຍໂດຍບໍ່ຮູ້ສາເຫດ ທີ່ເມືອງຊະນະຄາມ

Published on

ຈາກກໍລະນີທີ່ມີປະຊາຊົນ ສ່ອງແສງຜ່ານສື່ສັງຄົມອອນລາຍ ໃນວັນທີ 5 ກຸມພາ 2024 ຜ່ານມາ, ໄດ້ພົບປາຕາຍຈຳນວນຫລາຍຢູ່ຫ້ວຍໜອງນໍ້າທຳມະຊາດ ເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ໂດຍບໍ່ຮູ້ສາເຫດ, ສົ່ງຜົນກະທົບເຮັດໃຫ້ມີກິນເນົ່າາເໝັນ ເຊິ່ງເຫດການດັ່ງກ່າວເກີດຂຶ້ນຕັ້ງແຕ່ວັນທີ 2 ກຸມພາ 2024 ເປັນຕົ້ນມາ.

​ຕໍ່ເຫດການທີ່ເກີດຂຶ້ນ, ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ໄດ້ຊີ້ແຈງໃນວັນທີ 7 ກຸມພາ 2024 ນີ້ວ່າ: ສາເຫດຂອງປາຕາຍແມ່ນເກີດມາຈາກອ່າງບໍາບັດນໍ້າເປື້ອນຂອງໂຮງງານມັນຕົ້ນແຫ່ງໜຶ່ງທີ່ກໍາລັງກໍ່ສ້າງຢູ່ເຂດໃກ້ຄຽງ ບໍ່ສາມາດຮອງຮັບນໍ້າໄດ້ຍ້ອນມີຝົນຕົກ ເຮັດໃຫ້ນໍ້າເປື້ອນລົ້ນອອກຈາກບໍ່ບໍາບັດທີ່ກໍາລັງກໍ່ສ້າງຢູ່ແລ້ວໄຫລລົງສູ່ຫ້ວຍທໍາມະຊາດທີ່ຢູ່ໃກ້ຄຽງ ຊຶ່ງເປັນຫ້ວຍນ້ອຍເຮັດໃຫ້ປາຕາຍຈໍານວນໜຶ່ງ ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງ ປະເມີນຜົນເສຍຫາຍຢ່າງລະອຽດ ຊຶ່ງເຈົ້າຂອງໂຮງງານຮັບປາກຈະຮັບຜິດຊອບຜົນເສຍຫາຍທັງໝົດຢ່າງສົມເຫດສົມຜົນທັງສອງຝ່າຍ. ນອກຈາກນີ້ ອົງການປົກຄອງເມືອງ ໄດ້ແຈ້ງເຕືອນປະຊາຊົນບໍ່ໃຫ້ນໍາໃຊ້ນໍ້າໃນເຂດທີ່ມີປາຕາຍ ແລະ ຫ້າມທໍາມາຫາກິນໃນເຂດດັ່ງກ່າວເທື່ອໃນໄລຍະນີ້

ທ່ານຍັງໄດ້ກ່າວຕື່ມອີກວ່າ: ຫ້ວຍທີ່ມີປາຕາຍຍ້ອນນໍ້າເປື້ອນຈາກໂຮງງານມັນຕົ້ນ ເປັນຫ້ວຍນ້ອຍ ຊຶ່ງໃນໄລຍະຍາມແລ້ງມີນໍ້າບໍ່ຫລາຍ ແລະ ປະຊາຊົນບໍ່ໄດ້ທໍາການຜະລິດຢູ່ໃນເຂດໃກ້ຄຽງຈິ່ງບໍ່ມີຜົນກະທົບຕໍ່ຄົນ ແລະ ສັດຊະນິດອື່ນ ນອກຈາກມີປາຕາຍຈໍານວນໜຶ່ງເທົ່ານັ້ນ.

ທີ່ມາ: Lao Youth

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...