spot_img
Homeຂ່າວພາຍ​ໃນຈົດທະບຽນການເກີດ ຜ່ານລະບົບເອເລັກໂຕຣນິກ.

ຈົດທະບຽນການເກີດ ຜ່ານລະບົບເອເລັກໂຕຣນິກ.

Published on

ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ eCRVS ຂຶ້ນຢ່າງເປັນທາງການໃນວັນທີ 7 ກຸມພາທີ່ຜ່ານມາ, ທີ່ເມືອງຈໍາປາສັກ, ແຂວງຈໍາປາສັກ, ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີ ທ່ານ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກພ້ອມຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ, ການຈັດຕັ້ງບ້ານເປົ້າໝາຍ 30 ບ້ານຂອງເມືອງຈໍາປາສັກ ເຂົ້າຮ່ວມ.

May be an image of 3 people, dais, temple and text

ທ່ານ ສາຍທອງ ໄຊຍະວົງ ໄດ້ກ່າວວ່າ: ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ທາງກະຊວງພາຍໃນໄດ້ເລືອກເອົາແຂວງຈຳປາສັກ,ໂດຍສະເພາະແມ່ນເມືອງຈຳປາສັກ, ເພື່ອເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ eCRVS ໃນຄັ້ງນີ້, ໃນໄລຍະຜ່ານມາການຄຸ້ມຄອງພົນລະເມືອງແມ່ນມີຄວາມຫຍຸ້ງຍາກສັບສົນ, ການເກັບກໍາສະຖິຕິການເໜັງຕີງຂອງພົນລະເມືອງບໍ່ມີຄວາມຊັດເຈນ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ເປັນຕົ້ນ: ການຍົກຍ້າຍທີ່ຢູ່ອາໄສຈາກທ້ອງຖິ່ນນີ້ໄປຢູ່ທ້ອງຖິ່ນອື່ນບໍ່ເປັນປົກກະຕິ, ແຕ່ຈໍານວນໜຶ່ງກໍ່ມີເງື່ອນໄຂ ແລະ ດໍາເນີນຕາມຂັ້ນຕອນ, ຖືກຕ້ອງຕາມລະບຽບກົດໝາຍ, ຈໍານວນໜຶ່ງກໍໄປໂດຍບໍ່ຖືກຕ້ອງ ແລະ ສ້າງຄວາມບໍ່ສະຫງົບ ຫຼື ປະກົດການຫຍໍ້ທໍ້ເກີດຂຶ້ນຢູ່ທ້ອງຖິ່ນອື່ນ. ການຈົດທະບຽນຄອບຄົວຕ່າງໆແມ່ນຍັງໃຊ້ລະບົບເຈ້ຍສໍຢູ່ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການບໍລິການຮັບໃຊ້ປະຊາຊົນ ແລະ ການຄຸ້ມຄອງ, ຕິດຕາມກວດກາ.

May be an image of 1 person and text

ການເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ eCRVS ໃນຄັ້ງນີ້ມີຄວາມສໍາຄັນ ແລະ ຈໍາເປັນຫຼາຍທີ່ສຸດສໍາລັບແຂວງຈຳປາສັກເພື່ອຈະຫັນວຽກງານຄຸ້ມຄອງພົນລະເມືອງໄປສູ່ລະບົບທີ່ທັນສະໄໝ ຫຼື ວ່າຍຸກ 4.0; ຜ່ານມາຄະນະພັກ, ອົງການປົກຄອງແຂວງໄດ້ໃຫ້ຄວາມສໍາຄັນຫຼາຍຕໍ່ກັບວຽກງານດັ່ງກ່າວ, ໂດຍໄດ້ກໍານົດເຂົ້າເປັນວຽກງານໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໂດຍສະເພາະແມ່ນວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເຊິ່ງໄດ້ກໍານົດຄາດໝາຍສູ້ຊົນຮອດປີ 2025 ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 80% ຂຶ້ນໄປ.

May be an image of 10 people, temple and text

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງພາຍໃນ ຍັງເຊີນຊວນ ແລະ ຮຽກຮ້ອງມາຍັງພົນລະເມືອງໃນຂອບເຂດທົ່ວປະເທດ, ໂດຍສະເພາະ ປະຊາຊົນຊາວເມືອງຈໍາປາສັກຈົ່ງພ້ອມກັນເຂົ້າຮ່ວມຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກໃນຄັ້ງນີ້, ເພື່ອມີໃບຢັ້ງຢືນການເກີດທີ່ຈະເປັນເອກະສານຫຼັກຖານສຳຄັນທາງດ້ານກົດໝາຍເພື່ອພິສູດຊື່, ອາຍຸ, ສາຍພົວພັນຄອບຄົວ, ສັນຊາດຂອງພົນລະເມືອງ ແລະ ເປັນຂໍ້ມູນສໍາຄັນເຂົ້າເຖິງການບໍລິການພື້ນຖານຂອງລັດເຊັ່ນ: ການປິ່ນປົວສຸຂະພາບ, ການສຶກສາ, ການປົກປ້ອງທາງສັງຄົມ, ການຄົ້ນຫາຂໍ້ມູນໃນກໍລະນີພັດພາກ, ກຳມະສິດຊັບສິນ, ການສືບທອດມູນມໍຣະດົກ ແລະ ອື່ນໆ.

ຂ່າວ-ພາບ: ກະຊວງພາຍໃນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...